ເພື່ອປະຕິບັດຕາມແຈ້ງການຂອງຂັ້ນເທິງ ແລະ ຄຳແນະນຳຂອງກົມສາມັນກະຊວງສຶກສາທິການ ແລະ ກີລາ ວ່າດ້ວຍການໄຂສົກຮຽນສາມັນຄືນໃໝ່ຂອງຊັ້ນປີສຸດທ້າຍ ປ5 ມ4 ແລະ ມ7 ເລີ່ມຈັດຕັ້ງປະຕິບັດວັນທີ 18 ພຶດສະພາ 2020 ເປັນຕົ້ນໄປ ທາງຄະນະນຳເມືອງຈັນທະບູລີ ນຳໂດຍທ່ານ ບຸນເຖິງ ສຸວັນນະສີ ຮອງເຈົ້າເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມບັນດາໂຮງຮຽນແຫ່ງຕ່າງໆພາຍໃນເມືອງ ໃນວັນທີ 18 ພຶດສະພາ 2020.

ການລົງຕິດຕາມຄັ້ງນີ້ ທາງຄະນະໄດ້ລົງຢູ່ໂຮງຮຽນກ້າວໜ້າ ໂຮງຮຽນນາໄຮ່ດຽວ ແລະ ໂຮງຮຽນສິນໄຊ ເຊິ່ງໃນແຕ່ລະແຫ່ງທີ່ລົງ ໄດ້ຮັບການຕ້ອນຮັບຈາກທ່ານຜູ້ອຳນວຍການໂຮງຮຽນ ພ້ອມທັງຮັບຝັງການລາຍງານສະພາບການຫ້າງຫາກະກຽມ ມາດຕະການຕ່າງໆໃນການໄຂຮຽນຄືນ ລວມເຖິງການຈັດຕັ້ງປິຕິບັດມາດຕະການ ລະບຽບການ ໂດຍສະເພາະ ການກວດກາວັດແທກອຸນຫະພູມ ການລ້າງມື ໃຊ້ຜ້າປິດປາກ-ດັງ ລວມທັງການຈັດແບ່ງຫ້ອງຮຽນ ແລະ ຈັດຕາຕະລາງການຮຽນໃຫ້ເໝາະສົມ.

ເຊິ່ງໃນແຕ່ລະແຫ່ງຂອງການລົງ ທ່ານຮອງເຈົ້າເມືອງກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຕັດສິນໃຈຂອງຄະນະຜູ້ບໍລິຫານ ຜູ້ອຳນວຍການ ພະນັກງານຄູ-ອາຈານທຸກທ່ານ ທີ່ພ້ອມກັນເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເນັ້ນໃຫ້ສືບຕໍ່ມາດຕະການຈັດຕັ້ງປະຕິບັດຄຳສັ່ງແນະນຳ ແລະ ແຈ້ງການຕ່າງໆຂອງຂັ້ນເທິງໃຫ້ທັນການ.





# ຂ່າວ & ພາບ: ບຸນມີ