ປັດຈຸບັນ ຫຼາຍໆເມືອຂຸ້ນຂ້ຽວກະກຽມປູກຕົ້ນໄມ້ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ທີ່ໃກ້ຈະມາເຖິງນີ້ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍເປັນເມືອງໜຶ່ງທີ່ໄດ້ກະກຽມເນື້ອທີ່ ແລະ ເບ້ຍໄມ້ ເພື່ອສະໜອງການປູກເພີ່ມເນື້ອທີ່ປ່າປົກຫຸ້ມ ໃຫ້ໄດ້ຕາມແຜນການທີ່ລັດຖະບານ ກໍຄືນະຄອນຫຼວງວຽງຈັນວາງໄວ້.

ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ໄດ້ໃຫ້ສຳພາດວັນທີ 18 ພຶດສະພາ 2020 ວ່າ: ປີ 2020 ນີ້ ເມືອງໄຊທານີວາງແຜນການປູກໄມ້ທັງໝົດ 100 ເຮັກຕາ ຄາດວ່າຈະນຳໃຊ້ເບ້ຍໄມ້ 10.000 ເບ້ຍ ປະກອບມີ: ໄມ້ແຕ້ຂ່າ ໄມ້ຂະຍຸງ ໄມ້ດູ່ລາຍ ໄມ້ວິກ ສຳລັບການຜະລິດເບ້ຍໄມ້ແມ່ນໄດ້ຜະລິດຢູ່ 2 ຈຸດຄື: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ແລະ ສູນຄຸ້ມຄອງປ່າສະຫງວນຫ້ວຍຍາງ.
ສຳລັບພິທີປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້ແມ່ນ ໄດ້ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ສະເພາະວັນທີ 1 ມິຖຸນາວັນປູກຕົ້ນໄມ້ແຫ່ງຊາດປີນີ້ແມ່ນຈະປູກໃນເນື້ອທີ່ 6,5 ເຮັກຕາ ຢູ່ເຂດກຸ່ມບ້ານຊ້າງ ໄດ້ວາງແຜນປູກຢູ່ 3 ຈຸດພ້ອມກັນ ໂດຍຕິດພັນກັບ 5 ຕົວຊີ້ວັດທີ່ທາງນະຄອນຫຼວງວຽງຈັນ ໃນນັ້ນຈະປູກຕິດພັນກັບສວນສາທາລະນະຂອງບ້ານນາໂງ່ມໃໝ່ ເດີ່ນໂຮງຮຽນ ເດີ່ນວັດ ແລະ ລຽບຕີນພູເຂົາຄວາຍ ຕິດພັນກັບການປູກໄມ້ໃຫ້ເປັນປ່າປົກຫຸ້ມ ເຊີ່ງຈະສືບຕໍ່ປູກໃຫ້ສຳເລັດຕາມເນື້ອທີ່ທີວາງໄວ້ໃນທ້າຍເດືອນມິຖຸນາ ພາຍຫຼັງປູກສຳເລັດການປູກ ກໍຈະໄດ້ແບ່ງຄວາມຮັບຜິດຊອບໃຫ້ອຳນາດການປົກຄອງບ້ານ ເປັນຜູ້ສືບຕໍ່ບົວລະບັດຮັກສາ.

ສຳລັບປີຜ່ານມາ ໄດ້ປູກໃນເນື້ອທີ່ 100 ເຮັກຕາ ສະເລ່ຍອັດຕາການລອດເຫຼືອຂອງຕົ້ນໄມ້ແມ່ນ 65% ສ່ວນຕົ້ນໄມ້ທີ່ຕາຍນັ້ນ ທາງຫ້ອງການກະສິກຳ ແລະ ປ່າໄມ້ຂອງພວກເຮົາໄດ້ລົງຕິດຕາມສຳຫຼວດ ແລະ ໄດ້ສະໜອງເບ້ຍໄມ້ໃຫ້ປະຊາຊົນໄປປູກຊອມແຊມໃນແຕ່ລະປີ ນອກຈາກນັ້ນໃຫ້ແຕ່ລະປີກໍໄດ້ປຸກລະດົມປະຊາຊົນພາຍໃນເມືອງປູກຕົ້ນໄມ້ 2 ຕົ້ນ/ຄົນ/ປີ ຕາມທີ່ ນວ ວາງອອກ ເຊິ່ງເຫັນໄດ້ວ່າປະຊາຊົນພາຍໃນເມືອງແມ່ນໃຫ້ຄວາມຮ່ວມມືສ້າງຂະບວນການປູກຢ່າງຟົດຟືນ ແລະ ລື່ນແຜນການທີ່ກຳນົດ ສະແດງໃຫ້ເຫັນວ່າ ຜ່ານການສຳຫຼວດເນື້ອທີ່ປູກໄມ້ຂອງເມືອງແມ່ນສາມາດບັນລຸ 100% ສຳລັບແຜນການທີ 5 ທີ່ວາງໄວ້ແມ່ນ 500 ເຮັກຕາ ປີນີ້ເປັນປີມ້ວນທ້າຍໃນການຈັດຕັ້ງປະຕິບັດແຜນການປູກ ແລະ ມາເຖິງປັດຈຸບັນ ອັດຕາການປົກຫຸ້ມປ່າໄມ້ຂອງເມືອງໄຊທານີກວມ 70%.
ທ່ານ ທອງສຸກ ບົວລີຂັນ ໄດ້ກ່າວຕື່ມວ່າ: ໃນນາມຜູ້ຮັບຜິດຊອບຊີ້ນຳວຽກງານກະສິກຳປ່າໄມ້ ກໍຂໍຮຽກຮ້ອງນຳປະຊາຊົນຊາວເມືອງໄຊທານີ ກໍຄືທົ່ວ ນວໄດ້ໃຫ້ເອົາໃຈໃສ່ຕື່ມກ່ຽວກັບການປູກຕົ້ນໄມ້ ປະຕິບັດຕາມນະໂຍບາຍ 6ສ ຂອງ ນວ ກໍຄື 2ຕົ້ນ/ຄົນ/ປີ ສະເພາະປີນີ້ເປັນປີທີ່ປະສົບພະຍາດໂຄວິດ ດັ່ງນັ້ນ ຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ ຟື້ນຟູເສດຖະກິດຂອງຕົນເອງໃຫ້ຫຼາຍຂຶ້ນ ເພື່ອໃຫ້ມີສະຖຽນລະພາບໃນການຄ້ຳປະກັນສະບຽງອາຫານ ນັບແຕ່ຫົວໜ່ວຍຄອບຄົວຂຶ້ນໄປ.
# ຂ່າວ & ພາບ: ເພັດສະໝອນ