ຕາມແຫຼ່ງຂ່າວຂອງ ປກສ ນະຄອນຫຼວງວຽງຈັນ (ນວ) ຮູ້ວ່າ: ໃນຄ່ຳຄືນວັນທີ 13 ພຶດສະພາ 2020 ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ສົມທົບກັບທະຫານ ນວ ສືບຕໍ່ປະຕິບັດຕາມຄຳສັ່ງເລກທີ 06/ນຍ ແລະ ແຈ້ງການ 524/ຫສນຍ ອອກກວດກາລາດຕະເວນຕາມຖະໜົນໄກສອນ ພົມວິຫານ ແຕ່ບ້ານໂພນເຄັງ-ດອນໜູນ ແລະ ເສັ້ນທາງເລກ 10 ແຕ່ດອນໜູນຫາທ່າງ່ອນ ພໍໄປຮອດເຂດປ້ຳນ້ຳມັນບ້ານດ່ານຊ້າງ ພົບເຫັນກຸ່ມຄົນຈຳນວນໜຶ່ງທີ່ມີພຶດຕິກຳໜ້າສົງໄສ ເຈົ້າໜ້າທີ່ຈຶ່ງຂໍເຂົ້າກວດກາ ພົບຢາບ້າລວມມີ 20 ເມັດ ຊຸກເຊື່ອງໄວ້ຂ້າງຮົ້ວກຳແພງ ຈຶ່ງກັກຕົວມາສອບສວນ.

ຜ່ານການສອບສວນເບື້ອງຕົ້ນ ກຸ່ມມົ້ວສຸມຢາເສບຕິດມີທັງໝົດ 6 ຄົນຄື: ທ້າວ ຊາດ ອາຍຸ 48 ປີ ຢູ່ບ້ານຫ້ວຍເຕີຍ ທ້າວ ເຈອາມອນ ອາຍຸ 24 ປີ ທ້າວ ສີອຳໄພ ອາຍຸ 20 ປີ ທ້າວ ສະຖາພອນ ອາຍຸ 26 ປີ ຢູ່ບ້ານດ່ານຊ້າງ ທ້າວ ວິໄຊ ອາຍຸ 38 ປີ ຢູ່ບ້ານດອນຕີ້ວ ເມືອງໄຊທານີ ແລະ ທ້າວ ເຄ ອາຍຸ 38 ປີ ຢູ່ບ້ານຫາດກັນຊາ ເມືອງແກ້ວອຸດົມ ແຂວງວຽງຈັນ ທັງໝົດແມ່ນອາຊີບກຳມະກອນ ແລະ ພວກກ່ຽວຍອມຮັບສາລະພາບວ່າໄດ້ຮ່ວມກັນມົ້ວສຸມຢາເສບຕິດແທ້.

ວັນທີ 15 ພຶດສະພາ 2020 ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ມອບຕົວທັງ 6 ຄົນ ໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ ເພື່ອສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງມົ້ວສຸມ ແລະ ຜູ້ທີ່ຄ້າຂາຍຢາເສບຕິດມາລົງໂທດຕາມລະບຽບກົດໝາຍ.