ໂຄງການກໍ່ສ້າງທາງສີ່ແຍກຕານມີໄຊ ຫາສາມແຍກສີເກີດຫຼ້າຊ້າຍ້ອນຫຼາຍສາເຫດ

ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງ​ສີ່​ແຍກ​ໄຟ​ອຳ­ນາດ​ຕານ​ມີ​ໄຊ ຫາ​ສາມ​ແຍກ​ສີ​ເກີດ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ເສັ້ນ­ທາງ​ທີ່​ມີ​ປະ­ລິ­ມານ​ການ​ສັນ­ຈອນ​ໜາ​ແໜ້ນ ແລະ ເປັນ​ເສັ້ນ­ທາງ​ທີ່​ບໍ່​ມີ​ທາງ​ເວັ້ນ ເຮັດ​ໃຫ້­ການ​ກໍ່­ສ້າງ​ຂອງ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ພົບ​ຄວາມ​ຫຍຸ້ງ­ຍາກ ປັດ­ຈຸ­ບັນ ໂຄງ­ການ​ດັ່ງ­ກ່າວ​ໄດ້​ດຳ­ເນີນ​ການ​ກໍ່­ສ້າງ​ມີ​ຄວາມ​ຄືບ​ໜ້າ 85% ແລະ ຄາດ​ວ່າ​ຈະ​ສຳ­ເລັດ 100% ໃນ​ເດືອນ​ກໍ­ລະ­ກົດ 2020.

ທ່ານ ຫຸມ­ພັນ ພະ​ດວງ​ເດດ ຫົວ­ໜ້າ​ຄະ­ນະ​ວິ­ຊາ​ການ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງ​ສີ່​ແຍກ​ໄຟ​ອຳ­ນາດ​ຕານ​ມີ​ໄຊ​ຫາ​ສາມ​ແຍກ​ສີ​ເກີດ ໄດ້​ລາຍ​ງານ​ຕໍ່​ທ່ານ ພູ​ຂົງ ບັນ­ນະ​ວົງ ຮອງ​ເຈົ້າ​ຄອງ ນວ ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໂອ­ກາດ​ທີ່​ລົງ​ໄປ​ຕິດ­ຕາມ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ດັ່ງ­ກ່າວ ວັນ​ທີ 15 ພຶດ​ສາ​ພາ 2020 ວ່າ: ເສັ້ນ­ທາງ​ດັ່ງ­ກ່າວ​ມີ​ຄວາມ​ຍາວ 9,37 ກິ­ໂລ­ແມັດ ກວ້າງ 28 ແມັດ ມີ 6 ເລນ​ລົດ​ແລ່ນ ມີ​ດອນ​ກາງ​ທາງ ມີ​ທາງ​ຄົນ​ຍ່າງ​ສອງ​ເບື້ອງ ມີ​ລະ­ບົບ​ລະ­ບາຍ​ນ້ຳ ໄຟ​ເຍືອງ​ທາງ ແລະ ໜ້າ​ທາງ​ປູ​ດ້ວຍ​ເບ​ຕົງ ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 45.110.661 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 405 ຕື້​ກີບ  ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເປັນ​ເຈົ້າ​ຂອງ​ໂຄງ­ການ ກຸ່ມ​ບໍ­ລິ­ສັດ ຕັງ​ຈະ­ເລີນ ຈຳ­ກັດ​ຜູ້​ດຽວ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ການ​ກໍ່­ສ້າງ​ຕາມ​ສັນ­ຍາ​ໃຫ້​ສຳ­ເລັດ​ພາຍ​ໃນ 24 ເດືອນ (13/92016-13/92018 ພາຍ­ຫຼັງ​ໝົດ​ອາ­ຍຸ​ສັນ­ຍາ​ສະ­ບັບ​ຕົ້ນ ບໍ­ລິ­ສັດ​ໄດ້​ຕໍ່​ສັນ­ຍາ​ຄັ້ງ​ທີ 1 ເພີ່ມ​ອີກ 9 ເດືອນ ນັບ​ແຕ່​ເດືອນ​ຕຸ­ລາ 2018 ຮອດ​ເດືອນ​ກໍ­ລະ­ກົດ 2019 ໂຄງ­ການ​ຄືບ​ໜ້າ 71,06% ທຽບ­ໃສ່​ແຜນ­ການ​ຫຼ້າ​ຊ້າ 28,94% ເພື່ອ​ສືບ­ຕໍ່​ໜ້າ​ວຽກ​ໃຫ້​ສຳ­ເລັດ ບໍ­ລິ­ສັດ​ຮັບ​ເໝົາ​ກໍ່­ສ້າງ​ຈຶ່ງ​ສະ­ເໜີ​ຂໍ​ຕໍ່​ສັນ­ຍາ​ຄັ້ງ​ທີ 2 ເພີ່ມ​ອີກ 12 ເດືອນ ຮອດ​ເດືອນ​ກໍ­ລະ­ກົດ 2020 ເພື່ອ​ຈະ​ປະ­ຕິ­ບັດ​ໃຫ້​ສຳ­ເລັດ 100% ຜົນ­ສຳ­ເລັດ​ການ​ຈັດ­ການ​ກໍ່­ສ້າງ​ຮອດ​ເດືອນ​ກຸມ­ພາ 2020 ບໍ­ລິ­ສັດ​ຮັບ​ເໝົາ​ປະ­ຕິ­ບັດ​ບັນ­ດາ​ໜ້າ​ວຽກ​ທີ່​ລະ­ບຸ​ໄວ້​ໃນ​ສັນ­ຍາ​ຄື: ວຽກ​ທົ່ວ​ໄປ​ປະ­ຕິ­ບັດ 100% ວຽກ​ດິນ​ປະ­ຕິ­ບັດ​ໄດ້ 125,5% ວຽກ​ໂຄງ​ສ້າງ​ທາງ ປະ­ຕິ­ບັດ​ໄດ້ 81,23% ວຽກ​ລະ­ບົບ​ລະ­ບາຍ​ນ້ຳ ປະ­ຕິ­ບັດ​ໄດ້ 93,48% ວຽກ​ຕົບ­ແຕ່ງ ແລະ ວຽກ​ອື່ນໆ ປະ­ຕິ­ບັດ​ໄດ້ 32,47% ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້  85,01% ທຽບ­ໃສ່​ແຜນ­ການ​ລວມ​ແມ່ນ​ຫຼ້າ​ຊ້າ 14,99%.

ເຊິ່ງ​ສາ­ເຫດ​ທີ່​ພາ­ໃຫ້​ຊັກ​ຊ້າ ຍ້ອນ​ການ​ຍົກ­ຍ້າຍ​ສິ່ງ​ກີດ­ຂວາງ​ຢູ່​ໃນ​ຂອບ​ເຂດ​ກໍ່­ສ້າງ ເປັນ­ຕົ້ນ​ລະ­ບົບ​ນ້ຳ​ປະ­ປາ ສາຍ​ໄຍ​ແກ້ວ ຕາ​ຂ່າຍ​ໄຟ­ຟ້າ ແລະ ສິ່ງ​ປຸກ​ສ້າງ​ຂອງ​ປະ­ຊາ­ຊົນ​ມີ​ຄວາມ​ຫຼ້າ​ຊ້າ ໃຊ້​ເວ­ລາ​ດົນ​ໃນ​ການ​ໄກ່​ເກ່ຍ ເຮັດ​ໃຫ້­ການ​ກໍ່­ສ້າງ​ພົບ​ຄວາມ​ຫຍຸ້ງ­ຍາກ ການ​ສະ­ໜອງ​ທຶນ­ຮອນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກໍ່­ສ້າງ ບາງ​ຄັ້ງ​ຊັກ​ຊ້າ ບໍ່​ສາ­ມາດ​ຕອບ​ສະ­ໜອງ​ຕາມ​ແຜນ­ການ​ໜ້າ​ວຽກ​ຕົວ​ຈິງ​ທີ່​ວາງ​ໄວ້ ເປັນ­ຕົ້ນ ວັດ​ສະ​ດຸ ກົນ​ຈັກ ແຮງ​ງານ ແລະ ງົບ­ປະ­ມານ​ທີ່​ໄດ້​ຮັບ​ການ​ແບ່ງ­ປັນ​ຈາກ​ລັດ­ຖະ­ບານ ເພື່ອ​ຊຳ­ລະ​ໃຫ້​ຜູ້​ຮັບ​ເໝົາ​ແມ່ນ​ມີ​ໜ້ອຍ ບໍ່​ສາ­ມາດ​ຕອບ​ສະ ໜອງ​ໄດ້​ຕາມ​ສັນ­ຍາ​ທີ່​ກຳ­ນົດ​ໄວ້.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!