ສິ່ງທີ່ຄວນເບິ່ງໄວ້ເປັນບົດຮຽນປະຈຳວັນນີ້ ມີເລື່ອງກ່ຽວກັບມາດຕະການຊ່ວຍເຫຼືອຜູ້ປະກອບການ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ຢູ່ໄທ ກົດຈະລາຈອນພິເສດຢູ່ອັງກິດ ແລະ ສິດທິຂອງແມ່ຍິງໃນອາຣັບບີ ຊາອຸດິດ.
ທີ່ ປະເທດໄທ: ຂ່າວຕ່າງປະເທດ (ວຽງຈັນທາມ) ໄດ້ໃຫ້ຮູ້ໃນວັນທີ 20 ເດືອນມີນາຜ່ານມາວ່າ: ທະນາຄານແຫ່ງປະເທດໄທ (ທະນາຄານກາງ) ໄດ້ຮຽກຮ້ອງໃຫ້ທະນາຄານຕ່າງໆພາຍໃນປະເທດ ຮີບຮ້ອນ ແລະ ເປີດກວ້າງການຊ່ວຍເຫຼືອດ້ານການເງິນ ໃຫ້ບັນດາຂະແໜງທຸລະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19.
ພາຍໃຕ້ນະໂຍບາຍຊ່ວຍເຫຼືອ ເຊິ່ງທະນາຄານກາງຂອງໄທ ໄດ້ປະກາດອອກມາໃນວັນທີ 28 ກຸມພາປີນີ້ນັ້ນ ໜີ້ສິນຂອງຜູ້ກູ້ຢືມເງິນຈາກທະນາຄານ ຈຳນວນ 30.000 ຄົນ ໄດ້ຮັບການຈັດສັນໃໝ່ ເຊິ່ງມີມູນຄ່າສູງເຖິງ 234 ຕື້ບາດ ດ້ວຍຮູບການຫຼຸດອັດຕາດອກເບ້ຍເງິນກູ້ ກໍຄືການຍືດເວລາໃຊ້ໜີ້ອອກຕື່ມ.
ຂ່າວບອກວ່າ: ທະນາຄານອີກຈຳນວນໜຶ່ງ ໄດ້ຈັດຕັ້ງລະບົບໃຫ້ບໍລິການປະຕູດຽວ ເພື່ອແກ້ໄຂຜູ້ປະກອບການທີ່ປະເຊີນກັບບັນຫາໂຄວິດ-19 ເມື່ອສົມທຽບກັບຈຳນວນຫົວໜ່ວຍທຸລະກິດທີ່ຫົດຕົວລົງ ຍ້ອນການລະບາດຂອງພະຍາດນີ້ ແລ້ວຈຳນວນເງິນທີ່ກ່າວມາຂ້າງເທິງນັ້ນ ກໍຍັງຊ່ວຍຫຍັງບໍ່ໄດ້ຫຼາຍ.
ທີ່ ອັງກິດ: ກົດໝາຍຈະລາຈອນພິເສດຂອງປະເທດອັງກິດ ທີ່ສະເໜີໂດຍກະຊວງຄົມມະນາຄົມ ແລະ ຂົນສົ່ງ ໃນຕົ້ນປີ 2014 ນັ້ນມີແນວພິເສດສົມຊື່ແທ້ໆ ເພາະມີເນື້ອໃນທີ່ກຳນົດວ່າ: ເຈົ້າໜ້າທີ່ສາຍລັບຂອງໜ່ວຍສືບຂ່າວໝາຍເລກ M15 ແລະ M16 ນັ້ນ ສາມາດຂັບລົດລ່ວງສັນຍານໄຟແດງໄດ້ ແລະ ບໍ່ຈຳເປັນປະຕິບັດຕາມເຄື່ອງໝາຍຈະລາຈອນຕ່າງໆບົນຖະໜົນ ລວມທັງບໍ່ຈຳເປັນຕ້ອງຢຸດໃຫ້ຄົນຍ່າງຂ້າມທາງມ້າລາຍ ແລະ ສາມາດຂັບລົດໄວເກີນກວ່າກົດໝາຍກຳນົດໄວ້ ຫາກກຳລັງຢູ່ໃນລະຫວ່າງການປະຕິບັດພາລະກິດ ເພື່ອຄວາມໝັ້ນຄົງຂອງຊາດ ໜ່ວຍງານທີ່ໄດ້ຮັບສິດພິເສດໃນການຂັບລົດແບບນີ້ມາກ່ອນໜ້ານັ້ນ ກໍຄືເຈົ້າໜ້າທີ່ຕຳຫຼວດ ແລະ ໜ່ວຍງານກູ້ໄພເພື່ອຊ່ວຍຊີວິດ.
ຂ່າວບອກວ່າ: ມີຄວາມເປັນໄປໄດ້ທີ່ທາງການອັງກິດ ຈະໃຫ້ສິດພິເສດໃນການຂັບຂີ່ແບບນີ້ແກ່ໜ່ວຍເກັບກູ້ລະເບີດ ແລະ ໜ່ວຍຂົນຍ້າຍອະໄວຍະວະ ເພື່ອການຜ່າຕັດປ່ຽນຖ່າຍອະໄວຍະວະສຸກເສີນ.
ທີ່ ອາຣັບບີ ຊາອຸດິດ: ໃນຊຸມປີຫຼັງໆມານີ້ ປະຊາຄົມໂລກຕ່າງກໍຊົມເຊີຍ ແລະ ຍິນດີນຳແມ່ຍິງປະເທດອາຣັບບີ ຊາອຸດິດ ທີ່ໄດ້ຮັບສິດໃນດ້ານຕ່າງໆຫຼາຍຂຶ້ນ ເຊັ່ນ: ສິດຂັບລົດ ສິດເຂົ້າຊົມກີລາ ສິດເຂົ້າຊົມລະຄອນ-ຮູບເງົາ ໂດຍບໍ່ມີການຕິດຕາມຂອງເພດຊາຍ ສິດໃນການສິດສອນໃນຫ້ອງຮຽນທີ່ມີເດັກນັກຮຽນເພດຊາຍ ແລະອື່ນໆ.
ອີກໜຶ່ງສິດທີ່ສຳຄັນ ເຊິ່ງແມ່ຍິງປະເທດນີ້ໄດ້ຮັບ ຕາມຂ່າວໜັງສືພິມ The Nation ສະບັບວັນທີ 8 ເດືອນມັງກອນ ປີ 2019 ກໍແມ່ນສິດທີ່ຈະຮູ້ວ່າ ຜູ້ເປັນຜົວຂອງຕົນໄດ້ຢ່າຮ້າງກັບຕົນແລ້ວ ໃນເມື່ອກ່ອນຜູ້ເປັນຜົວໃນປະເທດນີ້ ມັກຈະເຮັດການຢ່າຮ້າງກັບເມຍຕົນຕາມລຳພັງໃຈ ໂດຍບໍ່ແຈ້ງໃຫ້ຝ່າຍເມຍຊາບ ແຕ່ໃນປັດຈຸບັນນີ້ ທາງກະຊວງຍຸຕິທຳຂອງປະເທດນີ້ ຮັບຜິດຊອບເປັນເຈົ້າການສົ່ງຂໍ້ຄວາມແຈ້ງການຢ່າຮ້າງດັ່ງກ່າວໃຫ້ຝ່າຍເມຍຊາບ ດ້ວຍການສົ່ງຂໍ້ຄວາມຜ່ານເວັບໄຊສະເພາະຂອງທາງກະຊວງຍຸຕິທຳ ໂດຍຜ່ານເວັບໄຊນີ້ ຝ່າຍເມຍສາມາດຊອກຮູ້ທຸກເອກະສານ ທີ່ພົວພັນກັບການຢ່າຮ້າງ.