ກະສວຍອະວະກາດ ຊິກນັສ ຂົນເຕົາອົບ-ຊິ້ນສ່ວນລົດສະປອຣ໌ດ ໄປສົ່ງສະຖານີອະວະກາດລະຫວ່າງປະເທດ

ບໍ­ລິ­ສັດ Northrop Grumman ສົ່ງ​ກະ­ສວຍ​ອະ­ວະ­ກາດ Cygnus ບັນ­ທຸກ​ສິ່ງ​ຂອງ​ຕ່າງໆ​ຂອງ​ອົງ​ກອນ​ນາ​ຊາ ໄປ​ຍັງ​ສະ­ຖາ­ນີ​ອະ­ວະ­ກາດ​ລະ­ຫວ່າງ​ປະ­ເທດ ເມື່ອ​ຕົ້ນ​ເດືອນ​ທັນ­ວາ​ທີ່​ຜ່ານ​ມາ ໂດຍ​ການ​ເດີນ­ທາງ​ເປັນ​ໄປ​ດ້ວຍ​ດີ ແລະ ຄາດ​ວ່າ​ຈະ​ໄປ​ເຖິງ​ສະ­ຖາ­ນີ​ອະ­ວະ­ກາດ​ໃນ​ກາງ​ເດືອນ​ທັນ­ວາ​ນີ້.

ລາຍ​ງານ​ລະ­ບຸ​ວ່າ ສິ່ງ​ຂອງ​ທີ່​ສົ່ງ​ໄປ​ນັ້ນ ມີ​ນ້ຳ­ໜັກ​ປະ­ມານ 3.700 ກິ​ໂລ​ກຼາມ ເຊິ່ງ​ມີ​ຊິ້ນ​ສ່ວນ​ລົດ​ສະ​ປອຣ໌ດ ເຕົາ​ອົບ​ເຂົ້າ­ໜົມ​ຄຸກ​ກີ ແລະ ເສື້ອ​ເກາະ​ປ້ອງ​ກັນ​ກຳ​ມັນ​ຕະ​ພາບ​ລັງ­ສີ​ລວມ​ຢູ່​ດ້ວຍ.

ໂດຍ​ນັກ​ບິນ​ອະ­ວະ­ກາດ​ຈະ​ທົດ​ສອບ​ການ​ອົບ​ເຂົ້າ­ໜົມ​ຄຸກ​ກີ​ດ້ວຍ​ເຕົາ​ອົບ ແລະ ທົດ​ສອບ​ເສື້ອ​ປ້ອງ​ກັນ​ກຳ​ມັນ​ຕະ​ພາບ​ລັງ­ສີ ສຳ­ລັບ​ການ​ເດີນ­ທາງ​ໄກ​ໃນ​ອະ­ວະ­ກາດ ເຊັ່ນ: ການ​ໄປ​ສຳ​ຫຼວດ​ດາວ​ອັງ­ຄານ.

ຂະ­ນະ​ທີ່​ບໍ­ລິ­ສັດ​ລົດ​ໃຫຍ່ ແລມ​ບໍ​ກີ​ນີ ຈາກ​ອິ​ຕາ​ລີ ໄດ້​ສົ່ງ​ຕົວ­ຢ່າງ​ວັດ​ສະ​ດຸ​ຄາຣ໌ບອນ​ໄຟ​ເບີ​ໄປ​ກັບ​ຍານ​ລຳ​ນີ້​ດ້ວຍ ເພື່ອ​ນຳ­ໄປ​ທົດ​ສອບ​ກັບ​ສະ­ພາບ​ໃນ​ອະ­ວະ­ກາດ ກ່ອນ​ທີ່​ຈະ​ນຳ­ໄປ​ຜະ­ລິດ​ເປັນ​ເຄຶ່ອງ​ມື​ທາງ​ການ​ແພດ ສຳ­ລັບ​ການ​ປ່ຽນ​ຖ່າຍ​ອະ​ໄວ​ຍະ​ວະ​ສຳ­ຄັນ​ໃນ​ຮ່າງ­ກາຍ​ມະ­ນຸດ.

ໂດຍ​ຜູ້​ຊ່ຽວ­ຊານ​ດ້ານ​ການ​ແພດ​ນາ​ໂນ ເຊິ່ງ​ເຮັດ​ວຽກ​ຮ່ວມ​ກັບ​ບໍ­ລິ­ສັດ ແລມ​ບໍ​ກີ​ນີ ກ່າວ​ວ່າ ສະ­ພາບ​ແວດ​ລ້ອມ​ໃນ​ອະ­ວະ­ກາດ​ນັ້ນ​ມີ​ຄວາມ​ເຂັ້ມ​ຂຸ້ນ​ສຸດ​ຂົ້ວ ບໍ່​ຕ່າງ​ຈາກ​ພາຍ​ໃນ​ຮ່າງ­ກາຍ​ຂອງ​ມະ­ນຸດ​ເຮົາ.

ປັດ­ຈຸ­ບັນ ນາ​ຊ່າ​ມີ​ສັນ­ຍາ​ກັບ​ບໍ­ລິ­ສັດ Northrop Grumman ແລະ SpaceX ເພື່ອ​ໃຫ້​ຈັດ​ສົ່ງ​ສິ່ງ​ຂອງ ແລະ ສະ­ບຽງ​ຕ່າງໆ​ໃຫ້​ກັບ​ນັກ​ບິນ​ອະ­ວະ­ກາດ ທີ່​ສະ­ຖາ­ນີ​ອະ­ວະ­ກາດ​ລະ­ຫວ່າງ​ປະ­ເທດ​ເປັນ​ປະ­ຈຳ ໂດຍ​ຄັ້ງ​ນີ້​ຖື​ເປັນ​ຄັ້ງ​ທີ 12 ນັບ​ຕັ້ງ­ແຕ່​ປີ 2013 ທີ່ Northrop Grumman ສົ່ງ​ກະ­ສວຍ​ອະ­ວະ­ກາດ​ໄປ​ຍັງ​ສະ­ຖາ­ນີ​ອະ­ວະ­ກາດ​ເປັນ​ຜົນ­ສຳ­ເລັດ.

error: Content is protected !!