ຫັນມາປູກເຂົ້ານາແຊງດ້ວຍເຕັກນິກໃໝ່

    ການປູກເຂົ້ານາແຊງໃນປີ 2022 ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ແມ່ນເປັນຂະບວນ ແລະ ມີເນື້ອທີ່ຢ່າງຫຼວງຫຼາຍ ທັງນີ້ກໍເພື່ອຮັບປະກັນໃຫ້ມີເຂົ້າແຮໄວ້ກິນ ແລະ ຂາຍເປັນສິນຄ້າ ໃນນີ້ ການປູກເຂົ້າດ້ວຍເຕັກນິກໃໝ່ຂອງນັກລົງທຶນຈາກ ສປ ຈີນ ໄດ້ເລີ່ມມີໜໍ່ແໜງຂຶ້ນ ສະເພາະປີນີ້ ການປູກເຂົ້າດ້ວຍເຕັກນິກໃໝ່ຂອງຊາວຈີນແມ່ນມີເນື້ອທີ່ທັງໝົດ 38 ເຮັກຕາ ໂດຍໄດ້ເຊົ່າເອົາເນື້ອທ່ີ່ນາຂອງປະຊາຊົນເຂດທົ່ງນາໄໝ ສ່ວນເຕັກນິກການປູກ ທ່ານ ລີຈົ່ງຊວນ ຫົວໜ້າ ບໍລິສັດເຕັກໂນໂລຊີ ກະສິກໍາ ອາຊີປາຊິຟິກ ທັງເປັນວິຊາການດ້ານເຕັກນິກ ໄດ້ໃຫ້ຮູ້ວ່າ: ການປູກເຂົ້າດ້ວຍເຕັກໃໝ່ທີ່ທັນສະໄໝຢູ່ເມືອງໄຊຍະບູລີ ປີນີ້ເປັນປີທໍາອິດ ໃນເນື້ອທີ່ 38 ເຮັກຕາ ໂດຍການເຊົ່ານາຈາກປະຊາຊົນ 3,8 ລ້ານກີບຕໍ່ເຮັດຕາ ສ່ວນເຕັກນິກການປູກ  ພາຍຫຼັງທີ່ໄດ້ຕົກກ້າຄົບ 30 ວັນ ກໍໄດ້ເລີ່ມລົງມືປູກ ໂດຍໄດ້ຈັດເປັນແຖວຄື: ແຖວໃຫຍ່ກວ້າງ 1 ແມັດແມ່ນປູກເຂົ້າແມ່ ແລະ ແຖວນ້ອຍກວ້າງ ປະມານ 30 ຊັງຕີແມັດ ແມ່ນປູກເຂົ້າຜູ້ ການປູກແມ່ນຈະໄດ້ປູກເຂົ້າຜູ້ກ່ອນ 1 ອາທິດ ແລ້ວຈຶ່ງປູກເຂົ້າແມ່ຕາມຫຼັງ ການປູກໃຫ້ມີເຂົ້າຜູ້ ແລະ ເຂົ້າແມ່ນີ້ ແມ່ນເພື່ອເອົາແກສອນຂອງເຂົ້າຜູ້ມາປະສົມພັນກັບເຂົ້າແມ່ ໂດຍແມ່ນຄົນເຮົາຊ່ວຍໃນການປະສົມພັນຄື: ພາຍຫຼັງທີ່ເຂົ້າຜູ້ ແລະ ເຂົ້າແມ່ເລີ່ມອອກຮວງແລ້ວ ແມ່ນໄດ້ເອົາເຊືອກຈັບຄົນລະສົ້ນແລ້ວລາກເພື່ອໃຫ້ແກສອນເຂົ້າຜູ້ຫຼົ່ນໃສ່ເຂົ້າແມ່ ເຂົ້າດັ່ງກ່າວມີອາຍຸ 120 ວັນຈຶ່ງໄດ້ເກັບກ່ຽວ ສະມັດຕະພາບຈະໄດ້ 6 ໂຕນຕໍ່ເຮັກຕາ ໃນນີ້ ເຂົ້າແມ່ໄດ້ 4 ໂຕນຕໍ່ປີ ແລະ ເຂົ້າຜູ້ໄດ້ 2 ໂຕນຕໍ່ເຮັກຕາ ເຂົ້າດັ່ງກ່າວແມ່ນເຮັດເປັນແນວພັນເພື່ອສົ່ງໄປປູກຕໍ່ທີ່ ສສ ຫວຽດນາມ ສ່ວນແຮງງານໃນການຄາດໄຖ ປັກດໍາແມ່ນຈ້າງປະຊາຊົນຊາວເມືອງ ໄຊຍະບູລີ ຄື: ໄຖ-ຄາດ 3,8 ລ້ານກີບຕໍ່ເຮັກຕາ ແລະ ປັກດໍາ 3 ລ້ານກີບຕໍ່ເຮັກຕາ ສ່ວນການເກັບກ່ຽວ ບໍລິສັດແມ່ນຈະໄດ້ໃຊ້ລົດກ່ຽວເອງ.

# ຂ່າວ – ພາບ : ວຽງມາ

error: Content is protected !!