ສາທາແຂວງໄຊສົມບູນ ຖືເອົາຕົວຊີ້ວັດ 5 ດີ 1 ພໍໃຈ ເປັນພື້ນຖານຂອງການບໍລິການ

    ພະແນກສາທາລະນະສຸກ ແຂວງໄຊສົມບູນ ໄດ້ສຳເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ເຊິ່ງຈັດຂຶ້ນວັນທີ 8 ເມສາ 2022 ທີ່ສະໂມສອນເມືອງອະນຸວົງ ເປັນປະທານຂອງທ່ານ ດຣ ລີເຢີ ໄຊຍະຊ້າງ ຫົວໜ້າພະແນກສາທາລະນະສຸກແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ມີຫົວໜ້າ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ 5 ເມືອງ ທົ່ວແຂວງໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານ ດຣ ລີເຢີ ໄຊຍະຊ້າງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາ ລະນະສຸກ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດວຽກງານທີ່ພົນເດັ່ນຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ກໍຄືໜ້າທີ່ທີ່ໄດ້ຮັບມອບໝາຍໂດຍຖືເອົາການບໍລິການຕາມຕົວຊີ້ວັດ 5 ດີ 1 ພໍໃຈ ເປັນພື້ນຖານຂອງການບໍລິການດ້ານວຽກງານສາ ທາລະນະສຸກ ຜົນການຈັດຕັ້ງປະຕິບັດຄາດໝາຍ 11 ຕົວຊີ້ບອກ ຫຼຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຖານ ປະຕິບັດໄດ້ 11,80% ທຽບໃສ່ແຜນການປີ ຫຼຸດອັດຕາເດັກນ້ອຍລຸ່ມອາຍຸ 5 ປີ ທີ່ມີລວງສູງຕ່ຳກວ່າມາດຖານ ປະຕິບັດໄດ້ 13,50% ອັດຕາການຕາຍຂອງເດັກລຸ່ມ 1 ປີ ສາມາດປະຕິ ບັດໄດ້ 6,3% ອັດຕາການຕາຍຂອງເດັກລຸ່ມ 5 ປີ ສາມາດປະຕິບັດໄດ້ 6,6% ອັດຕາການຕາຍຂອງແມ່ 0% ອັດຕາການເກີດລູກທີ່ມີແພດຊ່ວຍ ສາມາດປະຕິບັດໄດ້ 75,20% ອັດຕາການໃຫ້ວັກຊິນກັນພະຍາດໃນເດັກນ້ອຍລຸ່ມ 1 ປີ ສາມາດປະຕິບັດໄດ້ 62% ອັດຕາຊົມໃຊ້ນ້ຳສະອາດປະຕິບັດໄດ້ 88,13% ອັດຕາຊົມໃຊ້ວິດຖ່າຍຄອບຄົວ ສາມາດປະຕິບັດໄດ້ 91,60% ອັດຕາປົກຄຸມປະກັນສຸຂະພາບທົ່ວປວງຊົນປະຕິບັດໄດ້ 100% ແລະ ປະກາດຮັບຮອງເປັນບ້ານສາທາລະນະສຸກແບບຢ່າງ ປະຕິບັດໄດ້ 85,40%. ຜ່ານການຈັດຕັ້ງປະຕິບັດຜ່ານມາ ຖ້າທຽບໃສ່ແຜນການປີ 2020 ແມ່ນໄດ້ 100% ບັນລຸຕາມຄາດໝາຍ ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ- 19 ໃນນັ້ນ ທົ່ວແຂວງສາມາດເກັບຕົວຢ່າງໄປກວດທັງໝົດ 9.000 ກວ່າຕົວຢ່າງ ກວດພົບຜູ້ຕິເຊຶ້ອໂຄວິດ-19 ຈຳນວນ 1.200 ກວ່າຄົນ ເສຍຊີວິດ 4 ຄົນ ສາມາດບໍລິການປິ່ນປົວສຸຂະພາບໃຫ້ຄົນເຈັບເຂດນອກ ຈຳນວນ 84.400 ກວ່າຄົນ ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ ເພຶ່ອເຮັດໃຫ້ຮ່າງບົດສະຫຼຸບດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!