ເອົາໃຈໃສ່ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ພ້ອມກັບການຕິດຕາມລູກຫຼານພາຍໃນເຮືອນ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະ ນະສຸກ ໄດ້ລາຍງານຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 10 ເມສາ 2022 ໄດ້ກວດວິເຄາະທັງໝົດ 2.040 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 662 ຄົນ (ຕິດເຊື້ອພາຍໃນ 653 ຄົນ ແລະ ນໍາເຂົ້າ 9 ຄົນ) ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 195.203 ຄົນ ອອກໂຮງໝໍວານນີ້ 467 ຄົນ ກຳລັງປິ່ນປົວ 3.609 ຄົນ ແລະ ເສຍຊີວິດທັງໝົດ 700 ຄົນ (ເສຍຊີວິດໃໝ່ 2 ກໍລະນີ).

    ສະເພາະຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 653 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ຄື: ນະຄອນຫຼວງ 329 ຄົນ ຫຼວງພະບາງ 61 ຄົນ ສະຫັວນນະເຂດ 53 ຄົນອັດຕະປື 27 ຄົນ ຄໍາມ່ວນ 25 ຄົນ ວຽງຈັນ 23 ຄົນ ເຊກອງ 23 ຄົນ ສາລະວັນ 20 ຄົນ ໄຊຍະບູລີ 17       ຄົນ ຫົວພັນ 14 ຄົນ ບໍລິຄໍາໄຊ 11 ຄົນ ອຸດົມໄຊ 11       ຄົນ ໄຊສົມບູນ 9 ຄົນ ຊຽງຂວາງ 8ຄົນ ບໍ່ແກ້ວ 7 ຄົນ ຫຼວງນໍ້າທາ 7 ຄົນ ຈໍາປາສັກ 5 ຄົນ ແລະ ຜົ້ງສາລີ 3 ຄົນ ການຕິດເຊື້ອນໍາເຂົ້າມີ 9 ຄົນ ຈາກແຂວງຈຳປາສັກ 4 ຄົນ ນະຄອນຫຼວງ 3 ຄົນ ແລະ ຫົວພັນ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ ສ່ວນຜູ້ເສຍຊີວິດໃໝ່ 2 ຄົນ ມື້ນີ້ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ.

    ສຳລັບຈຸດບໍລິການເກັບຕົວຢ່າງເພື່ອກວດຫາເຊືື້ອໂຄວິດ-19 ໃນທົ່ວປະເທດ ຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.

    ສ່ວນຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີ ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ໂຮງໝໍເມືອງ 9 ຕົວເມືອງ ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປ່າແຫຼບ (ວັນຈັນ-​ສຸກ ໂມງລັດຖະການ) ແລະ ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນວ (ວັນຈັນ- ພະຫັດ ໃນໂມງລັດຖະການ) ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

    ໄລຍະນີ້ ການຕິດເຊື້ອແຜ່ກະຈາຍໃນວົງກ້ວາງ ພົບໃນທຸກກຸ່ມອາຍຸ ລວມທັງເດັກນ້ອຍທີ່ມີອາຍຸຕ່ຳ  ກ່ວາ 5 ປີ ເຊີ່ງເປັນໄວທີ່ຍັງບໍ່ຮອດເກນອາຍຸຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ສົມທົບກັບໄລຍະນີ້ ມີການເປີດການຮຽນ-ການສອນເປັນປົກກະຕິ ເພື່ອໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນ ເຊີ່ງບັນດາໂຮງຮຽນທີ່ເປີດນັ້ນ ໄດ້ມີການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແຕ່ກໍຂໍໃຫ້ພໍ່ແມ່ຜູ້ປົກຄອງຈົ່ງໝັ່ນສັງເກດອາການລູກຫຼານຕົນເອງ ເພາະເດັກອາດຈະບໍ່ຮູ້ປະຕິບັດມາດຕະການປ້ອງກັນຕົນເອງໄດ້ດີເທົ່າທີ່ຄວນ ຕ້ອງອາໄສຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງເປັນເຈົ້າການໃນການປ້ອງກັນການຕິດເຊື້ອໃນເດັກ ກູ່ມອາຍຸດັ່ງກ່າວ ພ້ອມກັນນີ້ ກໍຂໍໃຫ້ພໍ່ແມ່ຜູ້ປົກຄອງໝັ່ນສັງເກດອາການ ຖ້າເດັກນ້ອຍບໍ່ສະບາຍ ຫຼື ມີອາການຄ້າຍຄືໄຂ້ຫວັດ ໃຫ້ພາລູກຫຼານໄປກວດໂດຍທັນທີ ແລະ ຢຸດການໄປໂຮງຮຽນຊົ່ວຄາວ ທັງນີ້ກໍເພື່ອໃຫ້ກວດພົບການຕິດເຊື້ອພະຍາດໄດ້ໄວ ຫຼີກລ່ຽງແຜ່ເຊື້ອໃສ່ຄົນອື່ນ ແລະ ເດັກກໍຈະໄດ້ຮັບການປີ່ນປົວຮັກສາໃຫ້ທັນເວລາ.

# ຂ່າວ – ພາບ : ບຸນມີ

error: Content is protected !!