18 ຄອບຄົວ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ ຈາກເຫດການລົມພະຍຸພັດເຮືອນ

    ອົງການກາແດງແຂວງອັດຕະປື ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກໄປມອບໃຫ້ປະຊາຊົນຈໍານວນ 18 ຄອບຄົວ ຢູ່ບ້ານສຸກສະຫວ່າງ ເມືອງຊານໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກເຫດການລົມພະຍຸພັດ ເຮືອນເມື່ອເດືອນມີນາ 2022 ທີ່ຜ່ານມາ ເຊິ່ງເຮັດໃຫ້ເຮືອນຈໍານວນ 18 ຫຼັງ ໄດ້ຮັບຄວາມເສຍຫາຍຫຼາຍສົມ ຄວນ ເຄື່ອງທີ່ນຳໄປມອບໃຫ້ ປະກອບມີ: ຜ້າຫົ່ມ ສາດ ມຸ້ງ ແລະ ເຄື່ອງນຸ່ງຫົ່ມ ລວມມູນຄ່າເກືອບ 6 ລ້ານກີບ.

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂື້ນວັນທີ 9 ເມສາ 2022 ທີ່ຫ້ອງການບ້ານສຸກສະຫວ່າງ ກ່າວມອບຂອງທ່ານ ບໍລິສຸດ ພົມມະໂຄດ ຫົວໜ້າອົງການກາແດງປະຈໍາແຂວງອັດຕະປື ແລະ ຕາງໜ້າກ່າວຮັບ ໂດຍອຳນາດປົກຄອງບ້ານດັ່ງກ່າວ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານຫົວໜ້າອົງການກາແດງປະຈໍາແຂວງອັດຕະປື ໄດ້ມີຄໍາເຫັນວ່າ: ບໍ່ວ່າຍາມໃດ ພັດ-ລັດ ກໍຄືອໍານາດ ການປົກຄອງແຂວງ ແລະ ອົງການກາແດງປະຈໍາແຂວງອັດຕະປື ໄດ້ມີຄວາມເປັນຫວ່ງເປັນໄຍ ແລະ ຖືສໍາຄັນຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍສະເພາະປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ເຊິ່ງຜ່ານມາ ພັກ ແລະ ລັດ ໄດ້ເປັນເຈົ້າການໃນການປຸກລະດົມຂົນຂວາຍທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊອກຫາທືນຮອນໃນການຈັດຊື້ເຄື່ອງຊ່ວຍເຫຼືອ ເພື່ອມາບັນເທົາທຸກໃຫ້ປະຊາຊົນທີ່ປະສົບ ເຄາະຮ້າຍຈາກໄພພິບັດຕ່າງໆໄດ້ມີຊີວິດການເປັນຢູ່ທີ່ດີຂື້ນ.

# ຂ່າວ – ພາບ : :ຊິລິການດາ

error: Content is protected !!