ຄະນະກຳມະການໂອແລມປິກສາກົນ ໄດ້ສົ່ງຈົດໝາຍເຖິງສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ເມື່ອບໍ່ດົນມານີ້ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ CMG ທີ່ໄດ້ຖ່າຍທອດງານກີລາໂອແລມປິກລະດູໜາວ ປັກກິ່ງ ຢ່າງສຳເລັດຜົນ ແລະ ໄດ້ເຜີຍແຜ່ກີລາໂອແລມປິກສາກົນຢ່າງຕັ້ງໜ້າ.

ເຖິງວ່າງານກີລາໂອແລມປິກລະດູໜາວ ແລະ ງານກີລາໂອແລມປິກຄົນພິການລະດູໜາວ ປັກກິ່ງ ປີ 2022 ໄດ້ອັດລົງຢ່າງຈົບງາມແລ້ວ ແຕ່ຄວາມດີເລີດຂອງພິທີເປີດ ແລະ ພິທີປິດງານທີ່ເປັນເອກະລັກຂອງຈີນ ແລະ ການຖ່າຍທອດການແຂ່ງຂັນທີ່ໜ້າເບິ່ງໜ້າຊົມ ຍັງສືບຕໍ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກຊາວ ໂລກ ຜົນສຳເລັດຕ່າງໆດ້ານການປະດິດສ້າງທາງວິທະຍາສາດເຕັກໂນໂລຊີຂອງ CMG ໄດ້ຖືກນຳໃຊ້ຢ່າງເຕັມທີ່ ເຮັດໃຫ້ງານກີລາໂອແລມປິກລະດູໜາວ ປັກກິ່ງ ໜ້າເບິ່ງໜ້າຊົມທີ່ສຸດ ແລະ ໄດ້ຖືກບັນທຶກໄວ້ໃນປະຫວັດສາດໂອແລມປິກ.

ໃນຖານະທີ່ເປັນສະຖານິວິທະຍຸໂທລະພາບລະດັບຊາດຂອງປະເທດເຈົ້າພາບ ແລະ ຄູ່ຮ່ວມມືຖ່າຍທອດທາງໂທລະພາບຂອງຄະນະກຳມະການໂອແລມປິກສາກົນ CMG ໄດ້ຈັດຕັ້ງປະຕິບັດຕາມຍຸດທະສາດດ້ານເຕັກນິກ ດ້ວຍການນຳໃຊ້ “5G+4K/8K+AI” ນຳໃຊ້ເຕັກນິກຖ່າຍທອດລະດັບນຳໜ້າຂອງໂລກ ທີ່ມີຄວາມຄົມຊັດຄື 4K/8K ອຸປະກອນຖ່າຍວິດີໂອທີ່ມີຄວາມຄົມຊັດພິເສດ ທີ່ຄົ້ນຄວ້າຜະລິດເອງ ແລະທິມງານດ້ານເຕັກນິກຖ່າຍທອດທີ່ດີເດັ່ນ ໄດ້ບັນລຸເປົ້າໝາຍ “ຈັດງານກີລາໂອແລມປິກລະດູໜາວ ດ້ວຍວິທະຍາສາດ ເຕັກໂນໂລຊີ ແລະ ການຖ່າຍທອດການແຂ່ງຂັນງານກີລາໂອແລມປິກ ດ້ວຍເຕັກນິກ 8K” ໄດ້ສ້າງສະຖິຕິໃໝ່ຂອງຍອດຈຳນວນຜູ້ຊົມ ຜ່ານສື່ຕ່າງໆຂອງ CMG ເຊິ່ງມີຫຼາຍກວ່າ 62,81 ຕື້ຄົນ.
# ສະບາໄພ