ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຮ່ວມກັບຄະນະກຳມາທິການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ນຳໂດຍສະຫາຍ ຫວູ ຫາຍ ຮ່າ ກຳມະການສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະກຳມາທິການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ເມື່ອບໍ່ດົນມານີ້ ໂດຍມີ ສະຫາຍ ຫງວຽນ ຮິວ ດົງ ກຳມະການສູນກາງພັກ ເລຂາພັກແຂວງເຊີນລາ ພ້ອມດ້ວຍຄະນະນຳແຂວງເຊີນລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນການຢ້ຽມຢາມຄັ້ງນີ້ ຄະນະ ໄດ້ໄປພົບປະເຮັດວຽກກັບການນຳແຂວງເຊີນລາ ໂດຍໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວຽກງານການຕ່າງປະເທດ ຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ຫວຽດນາມ-ລາວ ຢູ່ແຂວງເຊີນລາ ໃນປີ 2021 ແລະ ໄຕມາດ 1 ປີ 2022 ແຂວງເຊີນລາໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ 9 ແຂວງພາກເໜືອຂອງລາວ ໃນນັ້ນ ສົກປີ 2021-2022 ມີນັກສຶກສາ ແລະ ພະນັກງານລາວກຳລັງເຊື່ອມຕໍ່ຢູ່ສະຖາບັນຕ່າງໆຂອງແຂວງຈຳນວນ 834 ຄົນ.

ໃນການພົບປະ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງແຂວງເຊີນລາ ພ້ອມທັງຊົມເຊີຍບັນດາຜົນສຳເລັດທີ່ແຂວງເຊີນລາ ບັນລຸໄດ້ໃນທຸກຂົງເຂດ ພ້ອມທັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງແຂວງເຊີນລາ ໃຫ້ບັນດາແຂວງພາກເໜືອຂອງລາວ ພິເສດ ແມ່ນການບຳລຸງສ້າງນັກສຶກສາລາວ ການຖ່າຍທອດ ແລະ ນຳໃຊ້ຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກນິກເຂົ້າໃນການພັດທະນາກະສິກຳໃຫ້ແກ່ບັນດາແຂວງພາກເໜືອຂອງລາວ. ພ້ອມທັງຫວັງຢ່າງຍິ່ງວ່າ ແຂວງເຊີນລາຈະສືບຕໍ່ເອົາໃຈໃສ່ປະສານສົມທົບ ແລະ ຮ່ວມມືກັບບັນດາແຂວງພາກເໜືອຂອງລາວໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ສືບຕໍ່ຊ່ວຍເຫຼືອແຂວງຫົວພັນໃນການຍົກລະດັບດ່ານຊາຍແດນປາຮ່າງເປັນດ່ານຊາຍແດນສາກົນ. ນອກຈາກນັ້ນຄະນະຍັງໄດ້ເຄື່ອນໄຫວຢ້ຽມຊົມບ້ານລາວໂຄ ພ້ອມທັງເຂົ້າຮ່ວມສັກກາລະບູຊາວາງດອກໄມ້ທູບທຽນ ຢູ່ອານຸສອນສະຖານປະຫວັດສາດແຫ່ງຊາດພິເສດ ເຂດອານຸສອນສະຖານການປະຕິວັດ ລາວ-ຫວຽດນາມ ຢ້ຽມຊົມຊາຍແດນ ປ່າຮ່າງ- ລອງເຊີບ ( ແຂວງຫົວຫັນ-ແຂວງເຊີນລາ) ແລະ ເຂດອານຸສອນສະຖານປະຫວັດສາດປະຕິວັດຫວຽດນາມຈຳນວນໜຶ່ງ.

ການເດີນທາງຢ້ຽມຢາມແຂວງເຊີນລາຄັ້ງນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນບຸນປີໃໝ່ລາວ ຢູ່ບ້ານຂອງສະຫາຍ ນາງ ຕ່ອງ ທິ ຟ້ອງ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງປະທານສະພາແຫ່ງຊາດ ທີ່ເມືອງມົກເຈົາ ແຂວງເຊິນລາ ໂດຍມີການນຳແຂວງເຊີນລາ ບັນດາຄະນະຜູ້ແທນລັດຖະສະພາມິດຕະພາບຫວຽດນາມ-ລາວ ຜູ້ຕາງໜ້າການນຳຈາກສູນກາງແນວໂຮມປະເທດຊາດຫວຽດນາມ ຄະນະພະນັກງານສະຖານທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຄື່ອນໄຫວໃນຄັ້ງນີ້ ເປັນການສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ ພ້ອມທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ໂດຍສະເພາະແມ່ນສອງຄະນະກຳມາທິການສະພາແຫ່ງຊາດ ຫວຽດນາມ-ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
# ຂ່າວ – ພາບ : ໄຊບັນດິດ