ຫສນຍ ສະຫຼຸບວຽກງານປະຈໍາໄຕມາດ ແລະ ປະກາດການຈັດຕັ້ງ

    ວັນທີ 8 ເມສາ 2022 ທີ່ຫໍປະຊຸມແຫ່ງຊາດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳໄຕມາດ 1 ແລະ ຈຸດສຸມໄຕມາດ 2 ປະຈໍາປີ 2022 ເຜີຍແຜ່ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍ ແລະ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂອງ ຫສນຍ ໂດຍເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າ ຫສນຍ ພ້ອມທ່ານຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ຄະນະກົມ ພະນັກງານ-ລັດຖະກອນ ຫສນຍ ເຂົ້າຮ່ວມ.

   ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງ ຫສນຍ ເລກທີ 546 ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍ ເພື່ອກຳນົດຫຼັກການ ກົນໄກ ວິທີການ ລະບອບການພົວພັນ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ຕົ້ນຕໍຈໍານວນໜຶ່ງພາຍໃນ ຫສນຍ ແນໃສ່ເຮັດໃຫ້ການປະຕິບັດພາລະບົດບາດຕົ້ນຕໍຂອງຕົນ ໂດຍສະເພາະ ການເປັນເສນາທິການດ້ານເນື້ອໃນ ການປະສານງານ ແລະ ບໍລິ ການຮັບໃຊ້ໃຫ້ແກ່ລັດຖະບານ ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ ມີຄວາມວ່ອງໄວ ໂປ່ງໃສ ທັນການ ມີປະສິດທິພາບ ແລະ ປະສິດທິຜົນ ຈາກນັ້ນ ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ຫສນຍ ປະຈຳໄຕມາດ 1 ແລະ ທິດທາງແຜນການ ຄາດໝາຍໄຕມາດ 2 ຂອງປີ 2022 ເຊິ່ງເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ຄຽງຄູ່ກັນນັ້ນ ກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຍັງຕ້ອງໄດ້ພ້ອມກັບສືບຕໍ່ປັບປຸງແກ້ໄຂໃຫ້ສຳເລັດຕາມແຜນການທີ່ວາງໄວ້.

    ຈາກນັ້ນ ກອງປະຊຸມຍັງໄດ້ດຳເນີນພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງຂອງ ຫສນຍ ເພື່ອສືບຕໍ່ປັບປຸງກົງຈັກການຈັດຕັ້ງພາຍໃນ ຫສນຍ ໃຫ້ມີຄວາມເຂັ້ມແຂງ ຄ່ອງຕົວ ຮັບປະກັນລັກສະນະສືບທອດ ປ່ຽນແທນ ແທດເໝາະກັບສະພາບຄວາມເປັນຈິງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ກໍຄືການຈັດຕັ້ງປະຕິບັດພາລະບົດບາດ ສິດ ໜ້າທີ່ ຕາມໂຄງປະກອບກົງ ຈັກການຈັດຕັ້ງ ຫສນຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ.

    ໃນພິທີ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ຄື: ແຕ່ງຕັ້ງທ່ານ ສົມກຽດ ພະສີ ເປັນຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ທ່ານ ສະຖິດ ເພັດສິງເລືອງ ເປັນຫົວໜ້າກົມປະຊາສຳພັນ ທ່ານ ຈັນທະພອນ ແກ້ວມາລາວົງ ເປັນຫົວໜ້າກົມບໍລິຫານ ພິທີການ ແລະ ການເງິນ ທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມນິຕິກຳ ທ່ານ ວິແກ້ວ ບຸບຜາວັນ ເປັນຫົວໜ້າກົມກວດກາ ທ່ານ ເຂິງຄຳ ແກ້ວໜູຈັນ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ ທ່ານ ນາງ ບຸນໜັກ ດາລາງາແກ້ວ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ວັນນະລາດ ໃຈຍາວົງ ເປັນຫົວໜ້າກົມເລຂາ ອະນຸມັດພະນັກງານ ອອກພັກການ ຮັບອຸດໜູນບຳນານ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແຕ່ງຕັ້ງຜູ້ຊ່ວຍວຽກທ່ານລັດຖະມົນຕີ ຫົວໜ້າ ຫສນຍ  ພ້ອມດຽວກັນນີ້ ທ່ານຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ຫົວໜ້າ ຫສນຍ ຄື: ແບ່ງຄວາມຮັບຜິດຊອບຂອງບັນດາທ່ານຜູ້ຊ່ວຍວຽກທ່ານລັດຖະມົນຕີ ຫົວໜ້າ ຫສນຍ ແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 1 ທ່ານ ຮັບເອົາພະນັກງານຈາກກະຊວງແຜນການ ແລະ ການລົງທຶນ ຈຳນວນ 2 ທ່ານ ອະນຸມັດໃຫ້ພະນັກງານ ຫສນຍ ໄປປະຈຳການຢູ່ກະຊວງອື່ນຈຳນວນ 2 ທ່ານ.

# ຂ່າວ – ພາບ ; ຊິລິການດາ

error: Content is protected !!