ຄະນະຜູ້ແທນຂັ້ນສູງແຂວງຮ່າຕິ່ງ ອວຍພອນປີໃໝ່ການນໍາ ນວ

   ວັນທີ 8 ເມສາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ຄະນະຜູ້ແທນຂັ້ນສູງ ນວ ນໍາໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງຮ່າຕີ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຮວ່າງ ຈຸງ ຢຸງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຮ່າຕິ່ງ ເນື່ອງໃນໂອກາດເດີນທາງມາຢ້ຽມຍາມ ແລະ ອວຍພອນປີໃໝ່ລາວແກ່ການນໍາ ນວ.

     ສະຫາຍ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຂັ້ນສູງແຂວງ ຮ່າຕິ່ງ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່ລາວ ການນໍາ ນວ ຄັ້ງນີ້ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ທັງເປັນການເສີມສະຫຍາຍສາຍພົວພັນຮ່ວມມື ແລະ ໃຫ້ການຊ່ວຍເຫຼືອສອງພັກສອງລັດ ກໍຄືປະຊາຊົນສອງຊາດລາວຫວຽດນາມອ້າຍນ້ອງ ເວົ້າສະເພາະ ນວ ແລະ ແຂວງຮ່າຕິ່ງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນັ້ນ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ສະພາບການລະບາດ ແລະ ມາດຕະການແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ ນວ ນອກນີ້ ຍັງສະເໜີໃຫ້ມີການພົວພັນແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ປະຊາຊົນມີການຊື້ຂາຍຜະລິດຕະພັນດ້ວຍກັນ ແນ່ໃສ່ເປັນການຟື້ນຟູເສດຖະກິດໃຫ້ນັບມື້ຂະຫຍາຍຄົວຕໍ່ເນື່ອງ.

     ໂອກາດນີ້ ສະຫາຍ ຮວ່າງ ຈຸງ ຢຸງ ໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນຂັ້ນສູງ ນວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແຂວງຮ່າຕິ່ງ ແລະ ໄດ້ອວຍພອນໃຫ້ການນໍາ ນວ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ແລະ ປະຊາຊົນຊາວ ນວ  ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາ ນວ ໃຫ້ມີຄວາມສີວິໄລເປັນກ້າວໆ ທີ່ສໍາຄັນ ໃຫ້ທຸກຄົນປອດຈາກພະຍາດໂຄວິດ-19 ແລະ ໃນໂອກາດນີ້ ກໍໄດ້ມອບຊຸດກວດພະຍາດໂຄວິດ-19 (ATK) ໃຫ້ ນວ ຈໍານວນ 5000 ຊຸດ ໂດຍການຮັບຂອງສະຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງ ນວ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!