ບຸນຊູ ປະກອບອາຊີບເສີມບໍລິການສ້ອມແປງເຮັດໃຫ້ຊີວິດການເປັນຢູ່ພັດທະນາດີຂຶ້້ນ

    ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເປັນການຮ່ວມມືລະ¬ຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໜັບສະໜູນເງິນທຶນໝູນວຽນຈຳນວນໜຶ່ງ ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດ ແລະ ມອບທຶນບໍ່ມີດອກເບ້ຍ ດ້ານການພັດທະນາ ຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານສຳລັບປະກອບອາຊີບ ໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນເຝິກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດ ບໍ່ມີວຽກເຮັດງານທຳ ໃຫ້ມີອາຊີບທີ່ໝັ້ນຄົງ ໂດຍໄດ້ເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ.

    ເນື່ອງໃນໂອກາດ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນໍາໂດຍທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງກອນສໍາພັນບໍລິສັດ ຣາຊ-ລາວ ບໍລິການ ຈໍາກັດ ທ່ານ ນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ທ່ານ ວົງພຽນ ບານເປ່ມຕິ ຮັກສາການຫົວໜ້າພະແນກສົ່ງເສີມວິຊາຊີບ ສູນກາງຊາວໜຸ່ມ ປປ ລາວ ແລະ ລົງເຄື່ອນໄຫວເຮັດວຽກ ຕິດຕາມ ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ຢູ່ 4 ແຂວງພາກໃຕ້ ແຕ່ວັນທີ 29 ມີນາ ຫາວັນທີ 4 ເມສາ 2022 ເຊິ່ງໄດ້ໄປຢ້ຽມຢາມທ້າວ ບຸນຊູ ຈຸນທອງມີ ບໍລິການສ້ອມແປງລົດຈັກ ຢູ່ບ້ານໄຊໂພສີ ເມືອງສາມັກຄີໄຊ ແຂວງອັດຕະປື.

    ທ້າວ ບຸນຊູ ຈຸນທອງມີ ກ່າວວ່າ: ກ່ອນທີ່ບໍ່ທັນໄປເຝິກອົບຮົມວິຊາຊີບ ຕົນເອງໄດ້ເຮັດວຽກທົ່ວໄປເພື່ອຫາລ້ຽງຄອບຄົວ ມາຮອດປີ 2009 ໄດ້ເຂົ້າຮ່ວມເຝິກອົມຮົມຢູ່ສູນວິຊາຊີບສູນກງານຊາວໜຸ່ມ ປປ ລາວ ໄລຍະ 6 ເດືອນ ພາຍຫຼັງທີ່ຮຽນຈົບຈາກສູນເຝິກອົບຮົມວິຊາຊີບ ກໍໄດ້ນຳເອົາວິຊາຄວາມຮູ້ທີ່ຮຽນມາ ສືບຕໍ່ພັດທະນາ ດ້ວຍການເປີດຮ້ານນ້ອຍສ້ອມແປງລົດຈັກຢູ່ບ້ານ ເຊິ່ງເບື້ອງຕົ້ນ ຍ້ອນຂາດທຶນຮອນ ບວກກັບເປັນມືໃໝ່ທີ່ລູກຄ້າຍັງບໍ່ທັນຮູ້ຈັກຫຼາຍ ກໍເລີຍເຮັດໃຫ້ບໍ່ສາມາດຂະຫຍາຍໂອກາດ ແລະ ບໍລິການໄດ້ດີເທົ່າທີ່ຄວນ ແຕ່ຍ້ອນການໄດ້ຮັບໂອກາດອັນດີ ບວກກັບກຳລັງໃຈຈາກຄອບຄົວ ກໍຄືການຈັດຕັ້ງຂັ້ນເທິງໃຫ້ການຊຸກຍູ້ສົ່ງເສີມ ໂດຍສະເພາະ ໄດ້ໂອກາດອັນດີ ຮັບທຶນຈາກໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ” ໃນຈຳນວນເງິນ 10 ລ້ານກີບ ຈາກເງິນທຶນຈຳນວນດັ່ງກ່າວ ໄດ້ນຳໃຊ້ເຂົ້າໃນການຊື້ວັດຖຸອຸປະກອນ ເຄື່ອງມືທີ່ຈຳເປັນ ເຂົ້າເສີມພາຍໃນຮ້ານ ເຮັດໃຫ້ສາມາດບໍລິການລູກຄ້າໄດ້ວ່ອງໄວ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ສາມາດສົ່ງທຶນໃຫ້ໂຄງການໝົດແລ້ວ ປັດຈຸບັນນີ້ ຮ້ານເປີດບໍລິການສ້ອມແປງລົດຈັກທຸກມື້ ວັນຈັນ-ວັນສຸກ ແມ່ນບໍລິການໃນນອກໂມງລັດຖະການ (16:00-20ໂມງ) ວັນເສົາ-ວັນທິດ ເປີດແຕ່ 6:00-20:00 ໂມງ.

    ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ໄດ້ໃຫ້ໂອກາດຕົນເອງ ໄດ້ພັດທະນາວິຊາອາຊີບ ສ້າງລາຍຮັບໃຫ້ກັບຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການພັດທະນາດີຂຶ້ນ ເສດຖະກິດດີຂຶ້ນ ເຊິ່ງບວກກັບເງິນເດືອນຂອງຕົນເປັນຄູສອນ ແລະ ອື່ນໆ ສາມາດຕັ້ງເຮືອນ 1 ຫຼັງ ມີລົດ ແລະ ມີເງິນເກັບຈໍານວນໜຶ່ງໄວ້ປັບປຸງຂະຫຍາຍຮ້ານຕື່ມອີກ ຂໍຂອບໃຈນຳໂຄງການ ໂດຍສະເພາະ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ

ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໃຫ້ໂອກາດອັນດີ.

# ຂ່າວ – ພາບ ; ວຽງມາ

error: Content is protected !!