ຮ່ວມມືທາງດ້ານວິຊາການ ໃນຂົງເຂດສາທາລະນະສຸກ ແລະ ຂົງເຂດການປົກຄອງ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານວິຊາການ ໃນຂົງເຂດສາທາລະນະສຸກ ແລະ ຂົງເຂດການປົກຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ສົ່ງເສີມການບໍລິການຂອງລັດໃນຂະແໜງການສາທາລະນະສຸກ ລະຫວ່າງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຈັດຂຶ້ນວັນທີ 8 ເມສາ 2022 ທີ່ໂຮງແຮມຄຣາວ ພລາຊາ ມີຮອງລັດຖະມນຕີ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາລາວ ຕາງໜ້າຫ້ອງການ ກົມຈາກກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ອົງການຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນກ່າວວ່າ: ໄລຍະຜ່ານມາ ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ ໄດ້ເຮັດວຽກຮ່ວມກັນໃນຫຼາຍໆດ້ານຢ່າງໃກ້ຊິດ ເປັນຕົ້ນ ວຽກງານ 3 ສ້າງ ຕັ້ງແຕ່ໄລຍະທົດລອງ ປີ 2012 ວຽກງານສະຖິຕິພົນລະເມືອງ ຫຼື CRVS ເຊິ່ງໄດ້ມີບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນຂັ້ນກົມໃນປີ 2020 ແລະ ກໍຮ່ວມກັນຈັດຕັ້ງປະຕິບັດໂຄງການໄລຍະສັ້ນ ເພື່ອໂຕ້ຕອບກັບພະຍາດໂຄວິດ-19 ໂດຍສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນໂຄງການດັ່ງກ່າວ ໄດ້ມີການລົງປະຕິບັດຕົວຈິງກັບອົງການປົກຄອງທ້ອງຖິ່ນຢູ່ 4 ແຂວງເປົ້າໝາຍ ຈາກຜົນງານການເຮັດວຽກທີ່ໃກ້ຊິດຕິດແທດຜ່ານມາ ການລົງນາມຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ 2 ກະຊວງໃນຄັ້ງນີ້ ຈະເປັນນິຕິກໍາອ້າງອີງທີ່ສໍາຄັນ ບໍ່ສະເພາະແຕ່ຂັ້ນສູນກາງເທົ່ານັ້ນ ແຕ່ຈະເປັນບ່ອນອີງໃນການປັບປຸງການປະສານງານ ແລະ ແບບແຜນການເຮັດວຽກຂ້າມຂະແໜງການໃນຂັ້ນທ້ອງຖິ່ນ ລະຫວ່າງຂະແໜງສາທາລະນະສຸກ ແລະ ຂະແໜງພາຍໃນໃນອະນາຄົດ ເຊິ່ງໃນບົດບັນທຶກດັ່ງກ່າວ ຈະເນັ້ນໜັກໃສ່ການຊຸກຍູ້ ສົ່ງເສີມການຮ່ວມມືທາງດ້ານວິຊາການໃນຂົງເຂດສາທາລະນະສຸກ ແລະ ຂົງເຂດວຽກງານດ້ານການປົກຄອງ ຕາມທິດນໍາ 3 ສ້າງໃຫ້ເຂົ້າສູ່ລວງເລິກ ໂດຍອີງຕາມແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 9 ໄດ້ມີການກໍານົດວ່າ ພາຍໃນ 5 ປີ (2021-2025) ໃຫ້ສາມາດສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດໃຫ້ໄດ້ຢ່າງໜ້ອຍ 2/3 ຂອງຈໍານວນແຂວງທັງໝົດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃຫ້ໄດ້ 1/3 ຂອງຈໍານວນເມືອງທັງໝົດ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 2/3 ຂອງຈໍານວນບ້ານທັງໝົດ ໃນນີ້ ອົງປະກອບທີ່ສໍາຄັນຂອງການສ້າງແຂວງ ເມືອງ ແລະ ບ້ານ 3 ສ້າງ ກໍແມ່ນການບັນລຸຕົວຊີ້ວັດຂອງຂະແໜງສາທາລະນະສຸກ ແລະ ວຽກງານທີ່ພົວພັນກັບການຈົດທະບຽນພົນລະເມືອງ ແລະ ການປັບປຸງການບໍລິການຂອງລັດໃນຂັ້ນທ້ອງຖິ່ນ ນອກນັ້ນ ຍັງຮັບຟັງການນໍາສະເໜີແຜນ 2 ປີ ຂອງການຮ່ວມມືຕື່ມອີກ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!