ກະຊວງພາຍໃນ ປະກາດການຈັດຕັ້ງຂັ້ນກົມ

    ພິທີປະກາດການຈັດຕັ້ງຂອງກະຊວງພາຍໃນ ຈັດຂຶ້ນວັນທີ 8 ເມສາ 2022 ຢູ່ກະຊວງດັ່ງກ່າວ ໂດຍມີທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້້ອມດ້ວຍຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າກົມ ເຊິ່ງລັດຖະມົນຕີກະຊວງພາຍໃນ ຕົກລົງແຕ່ງຕັ້ງທ່ານ ເພັດສະໝອນ ເພັດພູວົງ ຫົວໜ້າພະແນກກວດແກ້ສຳນວນເອກະສານລັດຖະກອນ ເປັນຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ທ່ານ ຄໍາຫງ່ຽມ ແສງສຸລິຍາ ຫົວໜ້າພະແນກສາສະໜາ ເປັນຮອງຫົວໜ້າກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ພ້ອມນີ້ ຍັງໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະແນກ-ຮອງພະແນກ ຂອງກະຊວງພາຍໃນຈຳນວນໜຶ່ງຕື່ມອີກ ທັງນີ້ກໍເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ຂອງພັກ ແລະ ລັດຖະບານ ກໍຄືກະຊວງພາຍໃນໃຫ້ມີຄວາມຖືກຕ້ອງ ແລະສອດຄ່ອງຍິ່ງຂຶ້ນ.

    ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ເພື່ອຮັບປະກັນໃຫ້ມີລັກສະນະສືບທອດປ່ຽນເເທນຢ່າງຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ ເພື່ອຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນການເຄື່ອນໄຫວວຽກງານຂະເເໜງການພາຍໃນໃຫ້ມີປະສິດທິຜົນ ເຊິ່ງວຽກງານຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ຖືເປັນວຽກປົກກະຕິ ແລະ ປະຕິບັດເປັນປະຈໍາ ຄຽງຄູ່ກັນນີ້ ຄະນະພັກ ຄະນະນໍາຂັ້ນເທິງ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານດັ່ງກ່າວ ພ້ອມທັງເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ສະນັ້ນ ຄະນະປະຈໍາພັກກະຊວງພາຍໃນ ຈິ່ງໄດ້ຄົ້ນຄວ້າຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າກົມ ຫົວໜ້າພະແນກ ແລະຮອງຫົວໜ້າພະນກຈໍານວນໜຶ່ງຂອງກະຊວງພາຍໃນ ເພື່ອສືບທອດປ່ຽນແທນຜູ້ທີ່ອອກຮັບອຸດໜູນບໍານານ ແລະ ທົດແທນຕໍາເເໜ່ງງານທີ່ວ່າງ ເຊິ່ງບັນດາທ່ານທີ່ຖືກແຕ່ງຕັ້ງຄັ້ງນີ້ ລ້ວນແຕ່ເປັນພະນັກງານທີ່ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງເໝາະສົມ ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ ມີຄວາມຮູ້ຄວາມສາມາດ ມີຫົວຄິດປະດິດສ່າງ ມີຄວາມສາມັກຄີຮັກແພງເພື່ອນສະຫາຍ ແລະ ໄດ້ຜ່ານການທົດສອບ ເຝີກຝົນຫຼໍ່ຫຼອມໃນວຽກງານຕົວຈິງ ແລະ ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງ ພ້ອມທັງໄດ້ປະກອບສ່ວນເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມເເຂງ ເປັນຜູ້ທີ່ມີຜົນງານໂດດເດັ່ນມີຄວາມເປັນແບບຢ່າງ ນໍາໜ້າໃນຂະບວນການຕ່າງໆ ຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ຮັບໜ້າທີ່ສຳຄັນດັ່ງກ່າວ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານໃຫ້ມີຜົນສຳເລັດ.

# ຂ່າວ – ພາບ : ລັດເວລາ

error: Content is protected !!