ຈັບໄດ້ແລ້ວ ຜູ້ທີ່ນໍາຂີ້ເຫຍື້ອໄປຖິ້ມຢູ່ເສັ້ນທາງຕັດໃໝ່ໜອງບຶກ

    ວັນທີ 8 ເມສາ 2022 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ສຶກສາອົບຮົມ ແລະ ປັບໃໝ ທ້າວ ອາເຈີນ ພະນັກງານບໍລິສັດອາຍກົວ  ວິສາວະກໍາກໍ່ສ້າງຕົບແຕ່ງວຽງຈັນ  ຈໍາກັດ  ທີ່ໄດ້ນໍາໃຊ້ລົດໝາຍເລກ ກນ 1652 ຂົນຂີ້ເຫຍື້ອໄປຖິ້ມຢູ່ເສັ້ນທາງຕັດໃໝ່ໜອງບຶກ-ໜອງບົວທອງ ເມືອງສີໂຄດຕະບອງ ວັນທີ 29 ມັງກອນ 2022 ໂດຍມີບໍລິມາດທັງໝົດ 7 ໂຕນ ແລະ ໃນວັນທີ 7 ກຸມພາ 2022 ໄດ້ນໍາໃຊ້ລົດທະບຽນດັ່ງກ່າວ ຂົນຂີ້ເຫຍື້ອໄປຖິ້ມຕື່ມອີກຢູ່ທີ່ບຶງທາດຫຼວງ ເມືອງໄຊເສດຖາ ມີບໍລິມາດປະມານ 6 ໂຕນ ເຊິ່ງການກະທໍານີ້ ເປັນແບບຢ່າງທີ່ບໍ່ດີຕໍ່ສັງຄົມ ສ້າງຄວາມຮົກເຮື້ອໃຫ້ນະຄອນຫຼວງວຽງຈັນ ພ້ອມນັ້ນ ຍັງເປັນການທໍາລາຍສິ່ງແວດລ້ອມຕື່ມອີກ ນອກນັ້ນ ຍັງເປັນການລະເມີດຕໍ່ລະບຽບກົດໝາຍ ກໍຄືລະບຽບການໃນຄຸ້ມຄອງຂີ້ເຫຍື້ອ. 

    ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ສໍາພາດວ່າ: ພາຍຫຼັງທີ່ພົນລະເມືອງດີໄດ້ຖ່າຍຄຣີບວີດີໂອສົ່ງໃຫ້ ຫ້ອງການ ຄບຕ ໄດ້ປະສານຫາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ເພື່ອຊອກຫາເລກທະບຽນເປົ້າໝາຍ ກນ 1652 ໄດ້ຮູ້ວ່າ ລົດທະບຽນດັ່ງກ່າວຢູ່ບ້ານ ເກົ້າລ້ຽວ ເມືອງສີໂຄດຕະບອງ ຈາກນັ້ນ ໄດ້ປະສານຫາພະແນກ ແລະ ກະຊວງກ່ຽວຂ້ອງ ໃນການຊອກຫາຂໍ້ມູນກ່ຽວກັບບໍລິສັດ ອາຍກົວ ວິສະວະກໍາກໍ່ສ້າງຕົບແຕ່ງວຽງຈັນ ຈໍາກັດ ເຊິ່ງເປັນບໍລິສັດໃຫ້ບໍລິການຕົບແຕ່ງພາຍໃນ ແຕ່ຂໍ້ມູນທີ່ໄດ້ບໍ່ຊັດເຈນ ຈາກນັ້ນ ໄດ້ຂຽນໜັງສືສະເໜີຫາກົມຕໍາຫຼວດຄຸ້ມຄອງຄົນຕ່າງດ້າວ ຈຶ່ງໄດ້ພົບເຫັນບຸກຄົນທີ່ກະທໍາຜິດ ມີຊື່ວ່າ ທ້າວ ອາເຈີນ ເປັນຄົນສັນຊາດຈີນ ການຊອກຄົ້ນຫານີ້ ໃຊ້ເວລາປະມານ 1 ເດືອນກວ່າ ຈາກນັ້ນ ຫ້ອງການ ຄບຕ ຈຶ່ງໄດ້ເຊື້ອເຊີນຜູ້ກ່ຽວມາສອບຖາມ ແລະ ໄດ້ຮັບສາລະພາບວ່າ ວັນທີ 29 ມັງກອນ 2022 ຕົນໄດ້ນໍາໃຊ້ລົດປ້າຍ ກນ 1652 ຂົນຂີ້ເຫຍື້ອໄປຖິ້ມເສັ້ນທາງຕັດໃໝ່ໜອງບຶກ-ໜອງບົວທອງ ວັນທີ 7 ກຸມພາ 2022 ໄດ້ຂົນຂີ້ເຫຍື້ອໄປຖິ້ມຢູ່ບຶງທາດຫຼວງ ເມືອງໄຊເສດຖາແທ້ ເປັນຈໍານວນຫຼວງຫຼາຍ ແລະ ໄດ້ຈູດເຜົາຖິ້ມ. 

    ຕໍ່ກັບການກະທໍາເປັນກ່າວ ເຫັນວ່າຜິດຕໍ່ລະບຽບການ ແລະ ກົດໝາຍສິ່ງແວດລ້ອມ ສປປ ລາວ ແລະ ຫ້ອງການ ຄບຕ ໄດ້ນໍາຜູ້ກ່ຽວມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບການທີ່ກໍານົດໄວ້ ໂດຍຜ່ານການຄິດໄລ່ຄ່າເກັບມ້ຽນ ແລະ ປັບໃໝຂີ້ເຫຍື້ອຂອງທ້າວ ອາເຈິນ ຄັ້ງນີ້ມີມູນຄ່າທັງໝົດ 63 ລ້ານກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!