ຊາວໜຸ່ມ ຕ້ອງປະກອບສ່ວນຢ່າງຕັ້ງໜ້າ ປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ

    ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 67 ປີ (14/4/1955-14/4/2022) ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນທີ 7 ເມສາ 2022 ທີ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໂດຍທ່ານໄດ້ຮຽກຮ້ອງມາຍັງຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງພ້ອມກັບສືບຕໍ່ເສີມຂະຫຍາຍບົດບາດປະຈັນບານ ນຳໜ້າ ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດລາວ ຊາວໜຸ່ມຈົ່ງພ້ອມກັນສືບທອດມູນເຊື້ອທີ່ທະນົງອົງອາດສະຫຼາດສ່ອງໃສຂອງພັກປະກອບສ່ວນຕັ້ງໜ້າເຂົ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ. ພ້ອມກັນນັ້ນ ຕ້ອງສ້າງຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດ ມີຄວາມຈົງຮັກພັກດີຕໍ່ຊາດ-ຕໍ່ພັກ ຕັ້ງໜ້າປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ ເຂັ້ມແຂງທາງດ້ານການເມືອງ-ແນວຄິດ ການຈັດຕັ້ງ ແລະ ແບບແຜນດຳລົງຊີວິດທີ່ສອດຄ່ອ ງຜັນຂະຫຍາຍ 2 ວາລະແຫ່ງຊາດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ-ເຍົາວະຊົນໃຫ້ຫຼຸດໜ້ອຍຖ້ອຍລົງ.

    ສິ່ງສຳຄັນອີກ ຍັງຕ້ອງໄດ້ສຸມໃສ່ໃນການພັດທະນາຄຸນນະພາບຊີວິດຂອງຊາວໜຸ່ມ-ເຍົາວະຊົນໃຫ້ນັບມື້ດີຂຶ້ນດັ່ງທີ່ (ປະທານໄກສອນ ພົມວິຫານ ຂະໝານນາມໄວ້ວ່າ: ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝ) ຕ້ານ  ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດສາຍພັນໃໝ່ (ໂຄວິດ-19) ໃຫ້ຊາວໜຸ່ມຈົ່ງປະຕິບັດວິຖີດຳລົງຊີວິດແບບໃໝ່ໃຫ້ສອດຄ່ອງກັບຮີດຄອງປະເພນີ ເພື່ອອຸທິດສະຕິປັນຍາ ກຳລັງກາຍ ແລະ ເຫື່ອແຮງທັງໝົດຂອງຕົນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ສ້າງວຽກເຮັດງານທຳ ການສຶກສາກິລາກາຍະກຳສິລະປະວັດທະນະທຳ ແລະ ສືບທອດປະເພນີອັນດີງາມຂອງຊາດ ພ້ອມກັນຄົ້ນຄວ້າຮ່ຳຮຽນຫາຄວາມຮູ້ຄວາມສາມາດຕ່າງໆ ເປັນຕົ້ນແມ່ນທາງດ້ານເຕັກນິກວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝ ແລະ ມີຄວາມພ້ອມກ້າວສູ່ປະຊາຄົມອາຊຽນ.

    ໃນໂອກາດບຸນກຸດສົງການປີໃໝ່ລາວ ພ.ສ 2565 ທີ່ຈະມາເຖິງນີ້ ອວຍພອນມາຍັງບັນດາທ່ານການນຳພັກ-ລັດ ນັກປະຕິວັດອາວຸໂສ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກ ສືບຕໍ່ຊີ້ນຳໆພາປະຊາຊົນລາວບັນດາເຜົ່າ ພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ-ສັງຄົມມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.

# ຂ່າວ – ພາບ : ລັດເວລາ

error: Content is protected !!