ດອກເໝີຍຊົ່ວຊິສົ່ງກິ່ນຫອມໄດ້ ກໍຕ້ອງຜ່ານອາກາດໜາວເຢັນ

    ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ​ ໄດ້ເຂົ້າຮ່ວມ ພ້ອມທັງກ່າວຄຳປາໄສສຳຄັນຕໍ່ພິທີຍ້ອງຍໍ ແລະ ສະຫຼຸບຜົນງານຂອງງານກີລາໂອແລມປິກລະດູໜາວ ແລະ ງານກີລາໂອແລມປິກຄົນພິການ ລະດູ ໜາວ ປັກກິ່ງ ປີ 2022 ວັນທີ 8 ເມສາ 2022 ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ນະຄອນຫຼວງປັກກິ່ງ.

    ໃນງານກີລາໂອແລມປິກລະດູໜາວ ແລະ ງານກີລາໂອແລມປິກຄົນພິການລະດູໜາວ ປັກກິ່ງ 2022 ນັກກີລາປະເທດຕ່າງໆໄດ້ບາກບັ່ນສູ້ຊົນ ໂດຍສາມາດຍາດໄດ້ຜົນງານດີເດັ່ນ ພາຍໃຕ້ເງື່ອນໄຂທີ່ສະພາບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໃນທົ່ວໂລກ ຍັງຂ້ຽວຂາດຢູ່ນັ້ນ ຈີນໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເພື່ອປະຕິບັດຕາມຄຳໝັ້ນສັນຍາຂອງຕົນ  ໂດຍສາມາດຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ຂຶ້ນຕາມເວລາກຳນົດ.

    ທ່ານ ໂທມັສ ບັກສ ປະທານຄະນະກຳມະການໂອແລມປິກສາກົນ ກ່າວວ່າ: ງານກີລາໂອແລມປິກ ລະດູໜາວ ແລະ ງານກີລາໂອແລມປິກຄົນພິການ ລະດູໜາວ ປັກກິ່ງ ໄດ້ສະແດງໃຫ້ຊາວໂລກໄດ້ເຫັນ ເຖິງພະລັງແຮງທີ່ເປັນແບບຢ່າງໃນການຕ້ານກັບພະຍາດໂຄວິດ-19 ສອງງານກີລາດັ່ງກ່າວ ໄດ້ຈັດຂຶ້ນ ດ້ວຍຜົນສຳເລັດອັນຈົບງາມ ຖືເປັນການຈັດງານມະຫາກຳກີລາໂອແລມປິກທີ່ງ່າຍດາຍ ປອດໄພ ແລະ ໜ້າເບິ່ງໜ້າຊົມໃຫ້ຊາວໂລກ ແລະ ໄດ້ເພີ່ມກຳລັງແຮງໃຈ ແລະ ພະລັງແຮງຫຼາຍກວ່າເກົ່າ ເພື່ອໃຫ້ທົ່ວ ໂລກເອົາຊະນະພະຍາດໂຄວິດ-19.

    ວັນທີ 4 ມັງກອນ 2022 ໃນເວລາໂອ້ລົມເພື່ອໃຫ້ກຳລັງໃຈແກ່ບັນດານັກກີລາທີ່ກຳລັງເຝິກແອບ ເພື່ອກຽມເຂົ້າຮ່ວມງານລກີາໂອແລມປິກລະດູໜາວ ທ່ານ ສີຈິ້ນຜິງ ໄດ້ຍົກເອົາຄຳກອນບູຮານຈີນປະໂຫຍກ ໜຶ່ງມາກ່າວວ່າ: “ດອກເໝີຍຊົ່ວຊິສົ່ງກິ່ນຫອມໄດ້ ກໍຕ້ອງຜ່ານອາກາດໜາວເຢັນ” ພ້ອມທັງໄດ້ອອຍພອນ ໃຫ້ນັກກີລາທັງຫຼາຍ ຈົ່ງໄດ້ຮັບຜົນງານທີ່ດີໃນງານກີລາໂອແລມປິກລະດູໜາວ ຄຳກອນບູຮານຈີນຄຳນີ້ ແມ່ນຄັດມາຈາກບົດກອນ “ຊ້າງຖັງຄ່າຍຊືຊົ້ງ” ເຊິ່ງແຕ່ງໂດຍພະອາຈານ ຫວງໂປ້ ສະໄໝລາຊະວົງຖັງ ຂອງຈີນ ເຊິ່ງມີເນື້ອໃນດັ່ງນີ້: “ມັນບໍ່ແມ່ນເລື່ອງງ່າຍທີ່ຈະພົ້ນຈາກຄວາມກັງວົນ ສັບສົນໃນຊີວິດໄດ້ ຕ້ອງສຸມຄວາມພະຍາຍາມສູ້ຊົນເຮັດວຽກຢ່າງອົດທົນ  ດອກເໝີຍຊົ່ວຊິສົ່ງກິ່ນຫອມໄດ້   ກໍຕ້ອງຜ່ານອາກາດໜາວເຢັນ”

    ​ດອກ​ເໝີຍ ​ແມ່ນດອກ​ໄມ້​ສວຍ​ງາມ​ທີ່​ມັກ​ບານ​ໃນ​ລະ​ດູ​ໜາວ ຕາມວັດທະນະທຳດັ້ງເດີມຂອງຈີນແລ້ວ ຕົ້ນເໝີຍເປັນພືດຊະນິດໜຶ່ງທີ່ຕາງໜ້າໃຫ້ຄຸນສົມບັດທີ່ບໍລິສຸດຜຸດຜ່ອງ ບົດກອນດັ່ງກ່າວໄດ້ຍົກໃຫ້ເຫັນຄຸນ ລັກສະນະຂອງດອກເໝີຍທີ່ແຂ່ງຫິມະນ້ຳກ້າມ ເບັ່ງບານພຽງລຳພັງ ທ່າມກາງອາກາດໜາວຈັດ ເພື່ອເປັນ ການສົ່ງເສີມໃຫ້ຄົນເຮົາຈົ່ງຜ່ານຜ່າຄວາມຫຍຸ້ງຍາກ ຕັດສິນໃຈຕັ້ງອຸດົມການສ້າງຜົນສຳເລັດໃນຊີວິດຂອງຕົນ ບໍ່ແມ່ນແຕ່ນັກກີລາທັງຫຼາຍຄວນເຮັດແນວນີ້ ປັດຈຸບັນ ເມື່ອປະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ເສດຖະກິດໂລກຟື້ນຄືນຢ່າງຫຍຸ້ງຍາກລຳບາກນັ້ນ ພວກເຮົາ ຄວນມີຈິດໃຈແບບນີ້ເຊັ່ນກັນ ເພື່ອນມິດບັນດາປະເທດໃນໂລກ ເຊິ່ງລວມທັງປະຊາຊົນຈີນ ແລະ ປະຊາຊົນລາວ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈກັນ ເມື່ອເຮົາສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຈາກສະພາບພະຍາດທີ່ປຽບເໝືອນລະດູໜາວອັນຮ້າຍແຮງແລ້ວ ກໍຈະໄດ້ເຫັນທິວທັດທີ່ສວຍງາມ ແລະ ໄດ້ກິ່ນຫອມສົດຊື່ນຂອງດອກໄມ້ນາໆຊະນິດໃນລະດູບານໃໝ່.

# ສະບາໄພ    

error: Content is protected !!