ກະຊວງແຜນການ ແລະ ການລົງທຶນ (ກຜທ) ຮ່ວມກັບອົງການຮ່ວມມືເພື່ອການພັດທະນາຂອງລຸກຊໍາບວກ (LuxDev) ແລະ ອົງການຮ່ວມມືເພື່ອການພັດທະນາຂອງສະວິດ (SDC) ຈັດກອງປະຊຸມຄະນະຊີ້ນຳລະດັບຊາດ ຂອງແຜນງານການພັດທະນາທ້ອງຖິ່ນຢູ່ 4 ແຂວງເປົ້າໝາຍ: ແຂວງບໍ່ແກ້ວ ບໍລິຄຳໄຊ ຄຳມ່ວນ ແລະ ແຂວງວຽງຈັນ (ແຜນງານລາວ/030) ໂດຍເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ມີທ່ານ ແຊມ ຊຣາຍເນີ ອຸປະທູດແຫ່ງລາຊະອານາຈັກລູກຊໍາບວກ ປະຈຳລາວ ທ່ານຮອງເຈົ້າແຂວງຈາກ 4 ແຂວງເປົ້າໝາຍ ທ່ານ ຊ໋ອງ ຝຣັງຊົວ ກູເອນ໊ອດ ຫົວໜ້າການຮ່ວມມືພາກພື້ນແມ່ນ້ຳຂອງ SDC ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ຈຸດປະສົງ ເພື່ອທົບທວນຜົນສຳເລັດ ຄວາມຄືບໜ້າ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີທີ່ຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ກໍານົດແຜນດຳເນີນງານປີ 2022 ເຊິ່ງເປັນປີສຸດທ້າຍ ໃຫ້ມີຄວາມໂລ່ງລ່ຽນ ພ້ອມນີ້ ກໍໄດ້ປຶກສາຫາລືກ່ຽວກັບການຮ່ວມມື ສປປ ລາວ-ລຸກຊຳບວກ ໃນໄລຍະໃໝ່ 2023-2027 ແຜນງານລາວ/030 ໄດ້ເລີ່ມຕົ້ນໃນປີ 2017 ແລະ ມີງົບປະມານທັງໝົດຫຼາຍກວ່າ 33 ລ້ານເອີໂຣ ປະມານ 426,1 ຕື້ກີບ ລວມທັງການສະໜັບສະໜູນເພີ່ມເຕີມຈາກ SDC ແຕ່ປີ 2020 ເປັນຕົ້ນມາ ເປົ້າໝາຍຕົ້ນຕໍຂອງແຜນງານດັ່ງກ່າວ ແມ່ນເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນ 229 ບ້ານເປົ້າໝາຍ ຄຽງຄູ່ກັບການ ສະໜັບສະໜູນ ສປປ ລາວ ໃນການສ້າງຄວາມເຂັ້ມແຂງຂົງເຂດການພັດທະນາທ້ອງຖິ່ນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວເນັ້ນວ່າ ແຜນງານລາວ/030 ເປັນແຜນງານການຮ່ວມມືຕົວແບບທີ່ສຸມໃສ່ພາກປະຕິບັດຕົວຈິງ ໂດຍສະເພາະກິດຈະກຳພາກສະໜາມ ສົ່ງເສີມການສ້າງຄວາມອາດສາມາດ ແລະ ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງຢູ່ທຸກລະດັບ ໂດຍສະເພາະ ປະຊາຊົນຜູ້ໄດ້ຮັບຜົນປະໂຫຍດ ເພື່ອຮັບປະກັນການພັດທະນາແບບຍືນຍົງໃນໄລຍະຍາວ ຍິ່ງໄປກວ່ານັ້ນ ແຜນງານລາວ/030 ຍັງປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການບັນລຸບັນດາບູລິມະສິດຂອງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄືຄັ້ງຜ່ານມາ ເຖິງຢ່າງໃດກໍຕາມ ແຜນງານລາວ/030 ຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນດ້ານກໍານົດເວລາໃນການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງເຫຼືອໃຫ້ສໍາເລັດ ແລະ ການແຜ່ລະບາດຂອງພະຍາດ COVID-19 ທີ່ສົ່ງຜົນກະທົບເຮັດໃຫ້ບາງໜ້າວຽກຕ້ອງແກ່ຍາວອອກໄປ.

ທ່ານ ແຊມ ຊຣາຍເນີ ໄດ້ກ່າວເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ລູກຊໍາບວກ ເຖິງວ່າແຜນງານລາວ/030 ຈະພົບກັບຂໍ້ຫຍຸ້ງຍາກຫຼາຍຢ່າງຈາກຜົນກະທົບຂອງການລະບາດພະຍາດ ໂຄວິດ-19 ແຕ່ມັນກໍສະແດງໃຫ້ເຫັນເຖິງຄວາມສາມາດໃນການຮັບມືແກ້ບັນຫາຢ່າງມີປະສິດທິພາບ ຍ້ອນການຮ່ວມມືທີ່ເຂັ້ມແຂງ ເພື່ອຮັບປະກັນການພັດທະນາທ້ອງຖິ່ນທີ່ຍືນຍົງ ກໍຄືການຫຼຸດຜ່ອນຄວາມທຸກຍາກ ແລະ ບໍ່ປະປ່ອຍໃຜໄວ້ຂ້າງຫຼັງ ແລະ ພ້ອມສືບຕໍ່ໃຫ້ການສະໜັບສະໜູນແກ່ແຜນງານລາວ/030 ໃນໄລຍະໃໝ່ ແລະ ໃນອະນາຄົດ.
# ຂ່າວ – ພາບ : ບຸນມີ