ຍີ່ປຸ່ນສະໜອງທຶນເຂົ້າໃນໂຄງການ ເມືອງທີ່ປອດໄພກວ່າການແຊກແຊງ ເພື່ອຕ້ານການແຜ່ລະບາດຂອງ COVID-19 ຢູ່ລາວ

    ລັດຖະບານຍີ່ປຸ່ນສະໜອງທຶນ 833.333 ໂດລາສະຫະລັດ ໃຫ້ແກ່ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ເພື່ອຈັດຕັ້ງປະຕິບັດໂຄງການ “ເມືອງທີ່ປອດໄພກວ່າການແຊກແຊງເພື່ອຕ້ານການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຊົນຢູ່ ສປປ ລາວ ແນໃສ່ວຽກງານນໍ້າ ສຸຂາພິບານ ແລະ ສຸຂະອະນາໄມ ແລະ ການປົກປ້ອງຊຸມຊົນທີ່ມີຄວາມສ່ຽງ ພິທີເປີດໂຄງການດັ່ງກ່າວ ຈັດຂຶ້ນວັນທີ 7 ເມສາ 2022 ທີ່ຫ້ອງການສະຫະປະຊາຊາດ ປະຈຳລາວ ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳລາວ ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ທ່ານ ອາວີ ຊາກາ ທີ່ປຶກສາເຂດອາຊີຕາເວັນອອກຂອງອົງການສະຫະປະຊາຊາດເພື່ອການຕັ້ງຖິ່ນຖານຂອງມະນຸດ (UN-Habitat) ແລະ ຕາງໜ້າຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການດັ່ງກ່າວ ມີເປົ້າໝາຍເພື່ອປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ລວມໄປເຖິງຜູ້ລອດຊີວິດຈາກຄວາມຮຸນແຮງປະມານ 500 ຄົນ ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ປະມານ 3.000 ຄົນ ແລະ ຜູ້ໃຫ້ບໍລິການ 100 ຄົນໄດ້ຮັບການເສີມສ້າງຂີດຄວາມສາມາດ ການຊ່ວຍເຫຼືອແມ່ນຜ່ານການສະໜອງສິ່ງອໍານວຍຄວາມສະດວກຕ່າງໆດ້ານນໍ້າ ສຸຂາພິບານ ແລະ ສຸຂະອະນາໄມ ປັບປຸງບູລະນະສູນທີ່ພັກຫຼົບໄພ ສູນຈໍາກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ການສະໜັບສະໜູນທີ່ຄໍານຶງເຖິງຄວາມສະເໝີພາບຍິງຊາຍ ແລະ ປັບປຸງພື້ນທີ່ທີ່ເປັນມິດກັບແມ່ຍິງ ພ້ອມນັ້ນ ໂຄງການໄດ້ສຸມໃສ່ 11 ແຂວງເປົ້າໝາຍຄື (ໄຊຍະບູລີ ສະຫວັນນະເຂດ ບໍລິຄຳໄຊ ຈຳປາສັກ ເຊກອງ ສາລະວັນ ຄຳມ່ວນ ອັດຕະປື ບໍ່ແກ້ວ ຫຼວງພະບາງ ແລະ ແຂວງວຽງຈັນ).

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!