ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ໄລຍະ 5 ປີ

    ວັນທີ 7 ເມສາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຈັດຕັ້ງທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄັ້ງທີ I ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ໄລຍະ 5 ປີ (2021-2025) ເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີບັນດາຄະ ນະພັກ-ຄະນະນຳ ຫສນຍ ​ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ບັນດາກົມ ແລະ ຫໍປະຊຸມແຫ່ງຊາດ ພ້ອມດ້ວຍສະມາຊິກພັກ ພະນັກງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຄື: ບົດຄຳເຫັນໂອ້ລົມຂອງສະ ຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ບົດລາຍງານວຽກງານຈັດຕັ້ງ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການໄລຍະ 5 ປີຕໍ່ໜ້າ ຂອງ ຫສນຍ ແລະ ໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າບັນດາກົມຈຳນວນໜຶ່ງ ຕໍ່ການສະຫຼຸບຕີລາຄາວຽກງານຈັດຕັ້ງ ຜ່ານຮ່າງມະຕິກອງປະຊຸມວຽກງານຈັດຕັ້ງ ຄັ້ງທີ I ຂອງ ຫສນຍ ອັນສໍາຄັນ ແມ່ນໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກປະທານກອງປະຊຸມ ເຊິ່ງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ສາມາດປະຕິບັດໄດ້ຕະຫຼອດໄລຍະທີ່ຜ່ານມາ ໄດ້ເນັ້ນໜັກຕໍ່ທິດທາງແຜນການໃນຕໍ່ໜ້າ ແລະ ໃຫ້ເອົາໃຈໃສ່ດັ່ງນີ້: ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້ ມອບໃຫ້ກົມຈັດຕັ້ງ ແລະ ພະນັກງານ ສືບຕໍ່ເກັບກຳ ແລະ ສັງລວມບັນດາຄຳເຫັນຕໍ່ຄຳຖາມເຈາະຈີ້ມທີ່ປະທານກອງປະຊຸມໄດ້ຕັ້ງຂຶ້ນ ແລະ ມອບໃຫ້ບັນດາໜ່ວຍພັກນໍາໄປຄົ້ນຄວ້າກ່ອນໜ້ານີ້ ເພື່ອນຳມາສະຫຼຸບລາຍງານຄະນະປະຈຳພັກ ແລະ ເປັນຂໍ້ມູນປັບປຸງບົດສະຫຼຸບໃຫ້ມີເນື້ອໃນອຸດົມສົມບູນ ເລິກເຊິ່ງ ຄົບຖ້ວນ ແລະ ແທດຕົວຈິງຫຼາຍຂຶ້ນກວ່າເກົ່າ ໃຫ້ຄະນະພັກທຸກຂັ້ນ ຖືວຽກງານຈັດຕັ້ງເປັນວຽກຍຸດທະສາດ ແລະ ເປັນຂອດຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດວຽກງານ ເດັດດ່ຽວ ລົງເລິກ ຄົ້ນຄວ້າ ແລະ ວິເຄາະບັນຫາວຽກງານຈັດຕັ້ງຢູ່ ຫສນຍ ຍັງມີຈຸດໃດ ຂອດໃດ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໂດຍສົມທຽບໃສ່ 6 ບັນຫາຄົງຄ້າງລວມ ທີ່ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກໄດ້ຕັ້ງຂຶ້ນ ໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.

ເອົາໃຈໃສ່ຍົກສູງວຽກງານການກໍ່ສ້າງພັກ ໂດຍໃຫ້ອົງການຈັດຕັ້ງມະຫາຊົນມີສ່ວນຮ່ວມຢ່າງຕັ້ງໜ້າ ສ້າງການຫັນປ່ຽນທີ່ແທ້ຈິງໃນທຸກຂອດຂອງວຽກງານພະນັກງານ ເປັນຕົ້ນ ການໃຫ້ໂອກາດ ການຊຸກຍູ້ສົ່ງ ເສີມ ແລະ ການກຳນົດໄລຍະເວລາຈັດຕັ້ງປະຕິບັດ ການຄຸ້ມຄອງຢ່າງແທດເຖິງ ແລະ ມີຄຸນນະພາບ ໂດຍສະເພາະ ການກຳຈຸດພິເສດ ກຳລະບຽບຫຼັກການ ກຳແນວຄິດ-ທິດສະດີ ແລະ ການກະທຳ ກ້າປົກປ້ອງພະນັກງານທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບຫຼັກການ ໃຫ້ໄດ້ຮັບຄວາມຍຸຕິທຳ ແລະ ໂປ່ງໃສ ປັບປຸງອົງການອຳນາດລັດ ເປັນຕົ້ນ ກຳນົດລະບຽບການໃຫ້ລະອຽດຈະແຈ້ງ ປະຕິບັດໃຫ້ສອດຄ່ອງກັບຫຼັກການ ແລະ ລະບຽບການ ກົງຈັກ ແລະ ຂັ້ນຂອດກະທັດຮັດ ພ້ອມກັນນັ້ນ ອົງການຈັດຕັ້ງມະຫາຊົນຕ້ອງເປັນເວທີຄັດເລືອກວຽກດີຄົນເດັ່ນ ວຽກຈິງຄົນແທ້ ທີ່ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງ ຫສນຍ ຢ່າງແທ້ຈິງ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!