ສຳເລັດການກໍ່ສ້າງອາຄານໂຮງຮຽນອະນຸບານ ແລະ ຫ້ອງການຄູ ເຂດຈັດສັນບ້ານດົງບາກໃໝ່ຫີນຄຳ ມູນຄ່າ 1 ຕື້ກວ່າກີບ

    ໂຄງການກໍ່ສ້າງອາຄານໂຮງຮຽນອະນຸບານ ແລະ ຫ້ອງການຄູ ໂຮງຮຽນເຂດຈັດສັນ ບ້າoດົງບາກໃໝ່ຫີນຄໍາ ເມືອງ ສະໜາມໄຊ ແຂວງ ອັດຕະປື ສໍາເລັດການກໍ່ສ້າງ 100% ໂດຍແມ່ນບໍລິສັດ ຄໍາພວງ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ເປັນຜູ້ຮັບເໝົາການກໍ່ສ້າງ ແລະ ພະແນກສຶກສາທິການ ແລະ ກີລາແຂວງອັດຕະປື ເປັນເຈົ້າຂອງໂຄງການ ພາຍໃຕ້ການສະໜອງທຶນຂອງກະຊວງສຶກສາທິການ ແລະ ກີລາ ໃນມູນຄ່າການກໍ່ສ້າງທັງໝົດ 1,7 ຕື້ກວ່າກີບ ມອບໃຫ້ພະແນກສຶກສາທິການ ແລະ ກີລາແຂວງ ເປັນຜູ້ຄຸ້ມຄອງນຳໃຊ້ເຂົ້າໃນວຽກງານພັດທະນາການສຶກສາ ແລະ ກີລາ ຕໍ່ໄປ.

    ພິທີມອບ-ຮັບໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 4 ເມສາ 2022 ຜ່ານມານີ້ ທີ່ໂຮງຮຽນເຂດຈັດສັນດົງບາກ ບ້ານດົງບາກໃໝ່ຫີນຄຳ ເມືອງສະໜາມໄຊ ແຂວງອັດຕະປື ກ່າວມອບຂອງທ່ານ ໂພຄາ ວົງພູທອນ ຜູ້ຕາງໜ້າບໍລິສັດ ຄຳພວງກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ແລະ ກ່າວຮັບແມ່ນ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ມີທ່ານ ທອງໄຊ ບຸດທອງດີ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງສະໜາມໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ນິລະນາມ ແວວສີ ວິຊາການກໍ່ສ້າງ ພະແນກສຶກສາທິການ ແລະ ກີລາແຂວງ ກ່າວໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານໂຮງຮຽນອະນຸບານ ແລະ ຫ້ອງການຄູ 2 ຫຼັງນີ້ ເຊິ່ງແມ່ນໂຄງການລົງທຶນຂອງກະຊວງສຶກສາ ແລະ ກີລາ ອາຄານໂຮງຮຽນດັ່ງກ່າວແມ່ນໄດ້ຖືກສ້າງຂື້ນເພື່ອຮອງຮັບນັກຮຽນອະນຸບານ ໃນເຂດຈັດສັນ ບ້ານດົງບາກໃໝ່ຫີນຄຳ ແລະ ເຂດບໍລິການບ້ານໃກ້ຄຽງ  ແນໃສ່ສົ່ງເສີມການສຶກສາຢູ່ເຂດຈັດສັນດັ່ງກ່າວໃຫ້ດີຂື້ນຫລາຍກວ່າເກົ່າ.

    ໂຄງການກໍ່ສ້າງອາຄານໂຮງຮຽນອະນຸບານເຂດຈັດສັນນີ້ ປະກອບເປັນ 2 ອາຄານຄື: ອາຄານຫ້ອງຮຽນຊັ້ນດຽວ 1 ຫຼັງ ປະກອບມີ 4 ຫ້ອງຮຽນ ໃນອາຄານປະກອບມີຫ້ອງນ້ຳ 3 ຫ້ອງ ແລະ ມີຫ້ອງອາບນ້ຳສຳລັບເດັກ 1 ຫ້ອງ ພ້ອມສຸຂະພັນ ອາຄານມີລວງຍາວ 32 ແມັດ ລວງກວ້າງ 8 ແມັດ ແລະ ອາຄານຫ້ອງການຄູ ຊັ້ນດຽວ ປະກອບມີ 2 ຫ້ອງ ໃນອາຄານປະກອບມີຫ້ອງນ້ຳ 2 ຫ້ອງພ້ອມດ້ວຍສຸຂະພັນ ອາຄານມີລວງຍາວ 16,5 ແມັດ ລວງກວ້າງ 8 ແມັດ ອາຄານທັງ 2 ຫຼັງເປັນອາຄານເບຕົງເສີມເຫຼັກ ພື້ນເບຕົງປູດ້ວຍກາໂຣ ໂຄງຫຼັງຄາເຫຼັກມຸງດ້ວຍກະເບື້ອງ ເພດານເຮັດດ້ວຍແຜ່ນລຽບ ອາຄານດັ່ງກ່າວປະກອບເຟີນີເຈີໂຕະ-ຕັ່ງຄູ ຕູ້ໃສ່ເອກະສານ ມີລະບົບໄຟຟ້າໃນອາຄານຄື: ດອກໄຟ ພັດລົມ ປັກສຽບ ແລະ ອື່ນໆຄົບຊຸດ ພ້ອມນີ້ ໂຄງການດັ່ງກ່າວ ຍັງໄດ້ມີການສະໜອງນ້ໍາ ແລະ ແທ່ງບັນຈຸນໍ້າ 200 ລິດ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ໂຮງຮຽນຊົມໃຊ້ ນອກຈາກນັ້ນ ຍັງປະກອບມີເຄື່ອງຫຼີ້ນກາງແຈ້ງສຳລັບເດັກຄື: ໂອ້ນຊ້າ ຕະລູດຊິງຊ້າ ຄານດ່ຽວ ຄານຄູ່ ມ້າເດື່ອງຕື່ມອີກ.

   ໂຄງການກໍ່ສ້າງດັ່ງກ່າວ ໄດ້ດຳເນີນການກໍ່ສ້າງມາແຕ່ຕົ້ນເດືອນພະຈິກ 2021 ແລະ ສຳເລັດ 100% ໃນວັນທີ 4 ເມສາ 2022 ພິເສດແມ່ນໂຄງການນີ້ສ້າງສຳເລັດກ່ອນກໍານົດເວລາຕາມສັນຍາກໍ່ສ້າງ 4 ເດືອນ ໂດຍຜ່ານການຕິດຕາມກວດກາດ້ານເຕັກນິກການກໍ່ສ້າງຈາກຄະນະກຳມະການທີ່ກ່ຽວຂ້ອງ ທຸກຂັ້ນຕອນຢ່າງຖືກຕ້ອງ ການມອບ-ຮັບໂຄງການຮົ້ວອ້ອມໂຮງຮຽນ ລະຫວ່າງ ບໍລິສັດ ໂພສີ ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ກັບພະແນກສຶກສາທິການ ແລະ ແຂວງຄັ້ງນີ້ ເປັນການມອບ-ຮັບ ຊົ່ວຄາວ ຍັງຢູ່ໃນໄລຍະການຄ້ຳປະກັນການເປ່ເພ ຕາມລະບຽບຫຼັກການອີກ 12 ເດືອນ.

         # ຂ່າວ – ພາບ : ເພັດສະໝອນ

error: Content is protected !!