ເມືອງຊານໄຊ ຄອງຂັນຊະນະເລີດ ງານແຂ່ງຂັນສິລະປະ-ວັນນະຄະດີນັກຮຽນທົ່ວແຂວງອັດຕະປື

    ເມືອງ ຊານໄຊ ແຂວງ ອັດຕະປື ມາແຮງ ໂດດເດັ່ນເທິງເວທີການແຂ່ງຂັນສີລະປະ-ວັນນະຄະດີ ຄ້ວາຂັນຊະນະເລີດໄປຄອງ ພ້ອມລາງວັນເງິນສົດອີກ 1.500.000 ກີບ ໃນງານສະແດງແຂ່ງຂັນສີລະປະ-ວັນນະຄະດີ ນັກຮຽນຮຸ່ນທົ່ວໄປ ທົ່ວແຂວງຄັ້ງທີ VI ປະຈໍາປີ 2022 ຊິງຂັນ ແລະ ເງິນລາງວັນຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

    ງານແຂ່ງຂັນສີລະປະ-ວັນນະຄະດີ ດັ່ງກ່າວ ໄດ້ຈັດຂື້ນວັນທີ 7 ເມສາ 2022 ນີ້ ທີ່ຫໍປະຊຸມໃຫຍ່ຂອງ ແຂວງອັດຕະປື ມີ ທ່ານ ສົມໄຕ ຫີນເພັດສະດາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ຄະນະປະທານຈັດງານການແຂ່ງຂັນໃນຄັ້ງນີ້ ທ່ານ ນາງ ບຸນທົງ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ທ່ານ ນາງຈັນເພັດ ຈັນທະມາດ ປະທານສະຫະພັນແມ່ຍິງແຂວງ ທ່ານ ວົງສາຍຕາ ຈັນທະມາດ ຫົວໜ້າຂະແໜງພະລະ-ສິລະປະ ພະແນກສຶກສາທິການ ແລະ ກິລາແຂວງ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ 5 ເມືອງ ພາຍໃນແຂວງ ຄະນະນັກສະແດງສີລະປະ-ວັນນະຄະດີ ຈາກພາກສ່ວນຕ່າງໆຂອງຂະແໜງການສຶກສາພາຍໃນທົ່ວແຂວງ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໃນພິທີດັ່ງກ່າວ ທ່ານ ສົມໄຕ ຫີນເພັດສະດາວົງ ໄດ້ໃຫ້ຮູ້ວ່າ: ໃນການຈັດງານການສະແດງແຂ່ງຂັນສີລະປະ-ວັນນະຄະດີ ສຳລັບນັກຮຽນຮຸ່ນທົ່ວໄປ ທົ່ວແຂວງ ຄັ້ງທີ VI ປະຈໍາປີ 2022 ຄັ້ງນີ້ ປະເມີນ ຕີລາຄາຄືນ ການຈັດຕັ້ງປະຕິບັດແຜນພັດທະນາຄຸນນະພາບການສຶກສາ ແລະ ກິລາ ຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຂອງຜູ້ບໍລິຫານການສຶກສາ ແລະ ກີລາຢູ່ຂັ້ນເມືອງ ແລະ ໂຮງຮຽນ ລວມທັງການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ ເວົ້າລວມ ເວົ້າສະເພາະ ດ້ານສິລະປະ-ວັນນະຄະດີ ໃນໄລຍະ 1 ປີຜ່ານມາ ເພື່ອຖອດຖອນບົດຮຽນ ປັບປຸງພັດທະນາໃຫ້ດີຂື້ນຫຼາຍກວ່າເກົ່າ ອີກດ້ານໜຶ່ງ ເພື່ອຊອກຮູ້ ເສີມສ້າງພັດທະນານ້ອງໆນັກຮຽນຜູ້ທີ່ມີພອນສະຫວັນ ມີຄວາມມັກ-ຮັກ ທາງດ້ານສີລະປະ-ວັນນະຄະດີ ໃຫ້ກາຍເປັນຮຸ່ນສືບທອດ ມູນເຊື້ອວັດທະນະທໍາອັນດີງາມ ແລະ ລ້ຳຄ່າຂອງປະຊາຊົນລາວບັນດາເຜົ່າໃຫ້ຄົງຢູ່ຄຽງຄູ່ກັບຄົນລາວ ແລະ ຊາດລາວຕະຫຼອດໄປ ນອກນີ້ ຍັງເປັນການສ້າງຂະບວນການເຄື່ອນໄຫວວຽກງານສີລະປະ-ວັັນນະຄະດີໝູ່ນັກຮຽນ ເປີດໂອກາດໃຫ້ ຄູ-ອາຈານ ແລະ ນ້ອງໆ ຜູ້ທີ່ມີພອນສະຫວັນ ມີຄວາມສາມາດໄດ້ສະແດງອອກຢູ່ເທີງເວທີອັນມີກຽດ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ເພື່ອປັບປຸງ ພັດທະນາສີລະປະ-ວັນະຄະດີ ຢູ່ກົມກອງຂອງຕົນໃຫ້ດີຂື້ນ ໄປເລື້ອຍໆ.

     ງານສະແດງແຂ່ງຂັນສີລະປະ-ວັນນະຄະດີ ຄັ້ງນີ້ ມີຄະນະສີລະປະເຂົ້າຮ່ວມແຂ່ງຂັນທັງໝົດ 11 ຄະນະ ຜ່ານການແຂ່ງຂັນ ນັກສະແດງສີລະປະ-ວັນນະຄະດີ ເມືອງ ຊານໄຊ ສະແດງຜົນງານອອກມາ ໄດ້ຢ່າງໂດດເດັ່ນ ສາມາດຄ້ວາລາງວັນຊະນະເລີດ ຂັນແຊ໋ມ 1 ໜ່ວຍ ພ້ອມ 1.500.000 ກີບ ໄດ້ໄປຄອງ ດ້ວຍບົດຟ້ອນວິຖີຊີວິດຂອງເຜົ່າຕະຫຼຽງ ປະກອບສຽງດົນຕີ ຮອງຊະນະເລີດ ເງິນສົດ 1 ລ້ານກີບ ເມືອງ ສະໜາມໄຊ ຍາດໄດ້ໄປຄອງ ດ້ວຍບົດຟ້ອນມໍລະດົກ ເຄື່ອງປັ້ນດິນເຜົາ ປະກອບສຽງດົນຕີ ສ່ວນອັນທີ 3 ລາງວັນເງິນສົດ 7 ແສນກີບ ຕົກເປັນຂອງໂຮງຮຽນສາມັນກິນນອນຊົນເຜົ່າ ດ້ວຍບົດຟ້ອນ ອັດຕະປື ແດນວິລະຊົນ ປະກອບສຽງດົນຕີ ສ່ວນຄະນະອື່ນໆທີ່ບໍ່່ໄດ້ອັນດັບທີ ແມ່ນໄດ້ຮັບລາງວັນຊົມເຊີຍ ຄະນະລະ 3ແສນກີບ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!