ບໍ່ຄໍາເຊໂປນ ໃຫ້ທຶນປັບປຸງ ແລະ ຍົກລະດັບ​ເສັ້ນ​ທາງ

    ​ວັນ​ທີ 5 ເມ​ສາ 2022 ຜ່ານມາ ​ອຳ​ນາດ​ການ​ປົກ​ຄອງແຂວງ​ສະ​ຫວັນ​ນະ​ເຂດ ແລະ ບໍ​ລິ​ສັດ ລ້າ​ນ​ຊ້າງມິ​ເນ​ໂຣນ​ສ໌ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງເຊ​ໂປນ ໄດ້​​ລົງ​ນາມ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈເພື່ອ​ຍົກ​ລະ​ດັບ​ເສັ້ນ​ທາງ​ຂອງລັດ ເລກ​ທີ 28A ​ ປູ​​ຢາງ​ສອງ​ຊັ້ນ ​ຍາວ 41,56 ກິ​ໂລ​ແມັດ ແຕ່​ບ້ານ​ນາ​ບໍ່ ຫາເມືອງວິ​ລະ​ບູ​ລີ ເຊິ່ງ​ເປັນທີ່​ຕັ້ງ​ຂອງບໍ່​ຄຳ-ທອງເຊ​ໂປນ ຮ່ວມ​ລົງ​ນາມ​ສະຫວ່າງທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫຍ່ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ລິ​ມິ​ເຕັດ ແລະ ທ່ານ ວາລີຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ​ສະ​ຫວັນ​ນະ​ເຂດ ມີທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນະເຂດ ພະ​ແນກ​ການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ໃນຜ່ານ​ມາ ເສັ້ນ​ທາງ 28A ​ເປັນ​ເສັ້ນ​ທາງປູ​ຢາງ​ທີ່​ບໍ​ລິ​ສັດ LXML ສ້າງ​ຂຶ້ນປີ 2005 ເພື່ອເຊື່ອມ​ຕໍ່​ກັບ​ເສັ້ນ​ທາງເລກ​ທີ 9 ຈາກບ້ານ​ນາ​ບໍ່ ເມືອງ​ເຊ​ໂປນ ຫາເມືອງວິ​ລະ​ບູ​ລີ ແລະ ​ເປັນ​ແລວ​ທາງ​ເສດ​ຖະ​ກິດ​ຕາ​ເວັນ​ອອກຕາ​ເວັນ​ຕົກ​ທີ່​ສຳ​ຄັນໃຫ້​ແກ່ການ​ຂົນ​ສົ່ງ​ສິນ​ຄ້າ ແລະ ການ​ພັດ​ທະ​ນາ ໂດຍ​ເຊື່ອມ​ຕໍ່ລາວກັບ​​ຫວຽດ​ນາມ ແລະ ໄທ ກໍ​ຄືເປີດ​ທາງ​ສູ່​​ເຂດ​ຊົນ​ນະ​ບົດໃຫ້​ມີການ​ຜະ​ລິດ​ກະ​ສິ​ກຳ ແລະ ​ເສດ​ຖະ​ກິດ​ອື່ນໆໃຫ້​ໄດ້​ດີ ປັດ​ຈຸ​ບັນ ເສັ້ນນ​ທາງ​ໄດ້​ເປ່​ເພ​ຫຼາຍ​ບ່ອນ ຍ້ອນ​ນໍາ​ໃຊ້ມາຫຼາຍ​ກວ່າ 10 ​ປີ ເຮັດໃຫ້ການສັນຈອນຂົນສົ່ງສິນຄ້າ ເພື່ອຮັບໃຊ້ໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນພົບຄວາມຫຍຸ້ງຍາກ ໂດຍສະເພາະ​ໃນລະດູຝົນ ໂຄງ​ການຍົກ​ລະ​ດັບ​ເສັ້ນ​ທາງ​ຈະ​ໄດ້ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງເຊໂປນ 5 ລ້ານໂດລາສະຫະລັດ ເປັນ​ເງິນ​ສະ​ສົມທີ່ບໍລິສັດເປັນຜູ້ຮັກສາໄວ້ເພື່ອນຳ​ໃຊັ​​ໃນ​ການຟື້ນ​ຟູ​ສະ​ພາບ​ແວດ​ລ້ອມ ແລະ ສັງ​ຄົມພາຍຫຼັງການປິດບໍ່ໃນ​ອະ​ນາ​​ຄົດ.

    ກ່ອນປີ 2000 ເມືອງວິ​ລະ​ບູ​ລີ​ຍັງ​ຖື​ວ່າ​ເປັນ​ເຂດ​ຊົນ​ນະ​ບົດ​ຫ່າງ​ໄກ​ສອກຫຼີກ ເສັ້ນ​ທາງ​​ດິນ​ດັ້ງ​ເດີມ​ຄັບ​ແຄບ ແລະ ມີ​ນ້ຳ​ຖ້ວມ​ໃນ​ລະ​ດູ​ຝົນ ເຮັດ​ໃຫ້​ທາງ​ເລືອກ​ໃນ​ການ​ຂົນ​ສົ່ງ​ມີ​ຄວາມ​ຈຳ​ກັດ ເສັ້ນ​ທາງ​ກໍເປັນ​ບວກ​ເປັນ​ຕົມ ​ທີ່​ຫຍຸ້ງ​ຍາກ​ລຳ​ບາກທີ່​ສຸດ ​ການ​ເດີນ​ທາງ​ດ້ວຍ​ລົດຈາກ​ບ້ານນາ​ບໍ່ ຫາເມືອງວິ​ລະ​ບູ​ລີໃຊ້​ເວ​ລາ​ 2 ວັນ ນອກ​ນັ້ນ ເມືອງວິ​ລະ​ບູ​ລີເປັນ​ເຂດທີ່​ໄດ້​ມີການ​ຖິ້ມ​ລະ​ບີດຢ່າງຫຼວງຫຼາຍ ແລະ ຜົນ​ກະ​ທົບ​ທີ່​ຕາມ​ມາ​ຈາກ​ລະ​ເບີດ​ຝັງ​ດິນ​ທີ່​ບໍ່​ທັນ​ແຕກ ກໍ​​ເປັນ​ອັນ​ຕະ​ລາຍຢ່າງມະ​ຫາ​ສານ ​ປັດ​ຈຸ​ບັນ ທຸກ​ບ້ານ​ຢູ່​​ເມືອງວິ​ລະ​ບູ​ລີມີ​ເສັ້ນ​ທາງ​ເຂົ້າ​ເຖິງ ນັບ​​ແຕ່​ເລີ່ມ​​ດຳ​ເນີນການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ປີ 2003 ເປັນ​ຕົ້ນ​ມາ LXML ໄດ້​ລົງ​ທຶນ​ປະ​ມານ 20 ລ້ານ​ໂດລາ ເພື່ອ​ກໍ່​ສ້າງ ແລະ ບຳ​ລຸງ​ຮັກ​ສາ​ເສັ້ນ​ທາງ​ທ້ອງ​ຖິ່ນພາຍ​ໃນ​ເມືອງ ລວມ​ທັງ​ເສັ້ນ​ທາງ 28A ນອກ​ນັ້ນ ຍັງ​ສະ​ໜອງ​ທຶນ​ຈາກກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ​​ມູນ​ຄ່າ 750.000 ໂດລາຕໍ່​ປີໃຫ້​ເມືອງວິ​ລະ​ບູ​ລີ ເຊິ່ງ​ສ່ວນ​ໜຶ່ງ​ຂອງ​ທຶນ ​​ຖືກ​ແບ່ງ​ເຂົ້າ​ໃນ​ການ​ກໍ່​ສ້າງ ແລະ ສ້ອມ​ແປງ​ເສັ້ນ​ທາງ​ທ້ອງ​ຖິ່ນບວກ​ກັບໂຄງ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ພື້ນ​ຖານ ການ​ສຶກ​ສາ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ນອກນີ້ ບໍລິສັດຍັງລົງທຶນປະມານ 34 ລ້ານໂດລາ ກໍ່ສ້າງ ແລະ ບໍາລຸງຮັກສາຕາໜ່າງໄຟຟ້າແຫ່ງຊາດຈາກເມືອງ​ທ່າ​ແຂກເຖິງມະ​ຫາ​ໄຊ ດ້ວຍການຮ່ວມມືກັບລັດວິສາຫະກິດໄຟຟ້າລາວ.

     ນັບແຕ່ເລີ່ມຂຸດຄົ້ນບໍ່ແຮ່ເປັນຕົ້ນມາ ບໍລິສັດໄດ້ສະໜອງລາຍຮັບໂດຍກົງຫຼາຍກວ່າ 1,6 ຕື້ໂດລາ ໃຫ້ລັດຖະບານລາວ ຜ່ານ​ການ​ຈ່າຍ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ເງິນ​ປັນ​ຜົນ ແລະ ພາ​ສີອາ​ກອນ​ຕ່າງໆ ສ່ວນຜົນປະໂຫຍດທາງອ້ອມ ​ເປັນ​ຕົ້ນ ການສ້າງວຽກເຮັດງານທຳ ການຝຶກອົບຮົມ ແລະ ການສະ​ໜັບ​ສະ​ ໜູນ​ທຸ​ລະ​ກິດ​ທ້ອງ​ຖິ່ນນັ້ນ ​ໄດ້​ຫັນປ່ຽນເມືອງວິ​ລະ​ບູ​ລີຈາກສະ​ຖາ​ນະ​ໜຶ່ງ​ໃນ​ເມືອງ​ທີ່​ທຸກ​ຍາກ​ທີ່​ສຸດ​ຂອງລາວສູ່ເມືອງ​ທີ່​ມີ​ເສດ​ຖະ​ກິດ​ຊົນ​ນະ​ບົດ​ທີ່​ຂະ​ຫຍາຍຕົວ​ຢ່າງວ່ອງ​ໄວ​.

# ຂ່າວ – ພາບ : ສົມສະຫວັນ

error: Content is protected !!