ແຂວງຮາຕີ່ງ ອວຍພອນ​ທະຫານ​ນະຄອນຫຼວງວຽງຈັນ

    ​ວັນ​ທີ 6 ເມສາ 2022 ທ່ານ ພັນເອກ ມາຍຫຽວ໋ກ ຫວຽດ ຮອງຫົວໜ້າການເມືອງກອງບັນຊາ​ການ​ທະຫານ​ແຂວງຮາຕີ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ນຳເອົາຂອງຂວັນຈຳນວນໜຶ່ງເຂົ້າອວຍພອນກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ (ນວ) ໃນໂອກາດ​ວັນບຸນປີໃໝ່ລາວ ພສ 2565 ເຊິ່ງທ່ານ​ໄດ້​ກ່າວສະ​ແດງ​ຄວາມ​ອວຍພອນ​ອັນ​ປະ​ເສີດ ແລະ ຝາກຄວາມຢ້ຽມຢາມຖາມຂ່າວມາຍັງຄະນະພັກ ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ເຕັມໄປດ້ວຍ​ຄວາມ​ຈິງ​ໃຈ​ມິດຕະພາບ​ຢ່າງ​ສູງສົ່ງ ໃນໂອກາດວັນປີໃໝ່ລາວທີ່ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງນີ້ ອວຍພອນໄຊອັນປະເສີດ ຈົ່ງມີສຸຂະພາບແຂງແຮງ ມີພາລານາໄມສົມບູນ ເຮັດສຳເລັດໜ້າການເມືອງຂອງຕົນທີ່ການຈັດຕັ້ງພັກ-ລັດຂັ້ນເທິງມອບໝາຍໃຫ້.

    ໂດຍການຕ້ອນຮັບອັນອົບອຸ່ນຂອງທ່ານ ພົຈວ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານ ນວ ພ້ອມຄະນະ ​ແລະ ​ທັງ​​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈມາ​ຍັງຄະນະກອງບັນຊາການທະຫານແຂວງຮາຕີ່ງ ທີ່ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມໃກ້ຊິດສະໜິດສະໜົມ ທັງ​ເຫັນ​ໄດ້ຄວາມໝາຍຄວາມ​ສຳຄັນ​ຕໍ່ວັນສຳຄັນ​ຂອງລາວ ແລະ ພະນັກງານ-ນັກຮົບທົ່ວກອງ​ບັນຊາ​ການ​ທະຫານ​ ນວ ຢ່າງ​ລົ້ນ​ເຫຼືອ ທັງນີ້ ຍັງ​ເປັນ​ການ​ເສີມ​ສ້າງ​ຄວາມ​ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຄວາມຜູກພັນໄປມາຫາສູ່​ເຊິ່ງ ​ແລະ ກັນ ​ເພື່ອ​ຮັກສາ​ແໜ້ນໄມຕີຈິດມິດຕະພາບ​ລະຫວ່າງ​ສອງ ພັກ-ສອງລັດ ສອງກອງທັບ ກໍຄືສອງກອງ​ບັນຊາ​ການ​ທະຫານ ນວ ກັບ ​ກອງບັນຊາ​ການ​ທະຫານແຂວງຮາຕີ່ງ ໃຫ້​ນັບ​ມື້​​ແໜ້ນ​ແຟ້ນ ແລະ ໝັ້ນຄົງທະນົງແກ່ນຍິ່ງຂຶ້ນ​.

# ຂ່າວ – ພາບ : ສົມສະຫວັນ

error: Content is protected !!