ຫຼາຍພາກສ່ວນ ຊຸກຍູ້ເຄື່ອງນຸ່ງໃຫ້ທັບນັກກີລາມວຍປໍ້າລາວ ກຽມຊີເກມ

    ພິທີມອບ-ຮັບເຄື່ອງນຸ່ງກີລາມວຍປໍ້າລາວ ໄດ້ມີຂຶ້ນວັນທີ 6 ເມສາ 2022 ທີ່ສະໂມສອນກີລາກອງທັບ (ຫຼັກ 5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຕາງໜ້າຄອບຄົວ ດີເອັກ ຟາມິລີ ຄິງດອມ ອິນເຕີເນັດ ກ່າວມອບຂອງທ່ານ ທະວີສັກ ສີລິມົງຄຸນ ທ່ານ ສຸກສະຫວັນ ຂຸນໄຊຊະນະວົງ ຕາງໜ້າບໍລິສັດ ວຽງຈັນ ຈຳໜ່າຍສິນຄ້າ ຫຼື ວີດີເອັດ ແລະ ຄອບຄົວທ່ານ ແສງເພັດ ວົງໄຊຍະລາດ ຕາງໜ້າກ່າວຮັບໂດຍທ່ານ ມະໂນລົດ ພິນິດ ເລຂາທິການສະຫະພັນມວຍປໍ້າແຫ່ງຊາດລາວ ພ້ອມດ້ວຍຄູເຝິກ ແລະ ນັກກີລາເຂົ້າຮ່ວມເປັນສັກຂີພິຍານ.

    ສຳລັບເຄື່ອງກີລາທີ່ທັບນັກກີລາມວຍປໍ້າທີມຊາດລາວ ຊຸດເຂົ້າຮ່ວມງານມະຫະກໍາກີລາຊີເກມ ທີ່ ສສ ຫວຽດນາມ ໃນຄັ້ງນີ້ ທາງຄອບຄົວ ດີເອັກ ຟາມິລີ ຄິງດອມ ອິນເຕີເນັດ ໄດ້ມອບຊຸດວອມ ຈຳນວນ 12 ຊຸດ ລວມມູນຄ່າເກືອບ 4 ລ້ານກີບ ບໍລິສັດ ວຽງຈັນ ຈຳໜ່າຍສິນຄ້າ ມອບເສື້ອໂປໂລສອງສີ ຈຳນວນ 24 ຊຸດ ສີແດງ ແລະ ສີຂາວ ສີລະ 12 ຊຸດ ລວມມູນຄ່າເກືອບ 3 ລ້ານກີບ ແລະ ຄອບຄົວທ່ານ ແສງເພັດ ວົງໄຊຍະລາດ ຊຸກຍູ້ເຄື່ອງກີລາ 15 ຊຸດ ແລະ ໂສ້ງ 2 ຜືນ ລວມມູນຄ່າ 1 ລ້ານກວ່າກີບ.

    ງານກີລາຊີເກມປີນີ້ ສະຫະພັນມວຍປໍ້າແຫ່ງຊາດລາວ ໄດ້ສົ່ງນັກກີລາ 8 ຄົນ ຍິງ 1 ຄົນ ແລະ ຄູເຝິກອີກ 3 ຄົນ ໄດ້ເລີ່ມດຳເນີນການເຝິກຊ້ອມມາແຕ່ເດືອນກຸມພາ 2022 ຈົນມາຮອດປັດຈຸບັນ ມີຄວາມພ້ອມ 70% ສຳລັບນັກກີລາ 8 ຄົນ ປະກອບມີ ປະເພດເຄຣັກໂກໂລມັນ ຄຳຫຼ້າ ສາມະວົງ ຮຸ່ນນໍ້າໜັກ 60 ກິໂລ ຄອນແກ້ວ ທັດທະວົງ ຮຸ່ນນໍ້າໜັກ 77 ກິໂລ ແລະ ໄຊສົມບູນ ເພັດສຸພັນ ຮຸ່ນນໍ້າໜັກ 130 ກິໂລ ສ່ວນປະເພດຟຣີສະຕ໋າຍ ມີ ບຸນທຽມ ຄຳມາລາສາ ຮຸ່ນນໍ້າໜັກ 57 ກິໂລ ວັນສະຫຼອງ ເພຍເທບ ຮຸ່ນນໍ້າໜັກ 65 ກິໂລ ພອນຄຳ ແສງບໍລິບູນ ຮຸ່ນນໍ້າໜັກ 74 ກິໂລ ພອນໄຊ ພະຈັນໄຊ ຮຸ່ນນໍ້າໜັກ 125 ກິໂລ ແລະ ນາງ ໂອໃດ ລາດຊົມພູ ຮຸ່ນນໍ້າໜັກ 76 ກິໂລ.

# ຂ່າວ – ພາບ :  ສີພອນ

error: Content is protected !!