ສະຫະພັນບານເຕະນາໆຊາດ ຫຼື ຟີຟ່າ ປະກາດຍົກເລີກການຈັດງານປະກາດລາງວັນດີເດັ່ນຕ່າງໆ ໃນວົງການບານເຕະ ປະຈຳປີ 2020 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຕາມກຳນົດກ່ອນໜ້ານີ້ ຈະຈັດຂຶ້ນຢູ່ເມືອງມິລານປະເທດອິຕາລີ ໃນເດືອນກັນຍາ ແຕ່ເພື່ອຄວາມປອດໄພຂອງທຸກຝ່າຍຈຶ່ງປະກາດຍົກເລີກຈັດງານ ແລະ ໄປຈັດໃໝ່ໃນປີຕໍ່ໄປ.

ກ່ອນໜ້ານີ້ຟີຟ້າ ໄດ້ປະກາດເລື່ອນການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 17 ປີ ແລະ 20 ປີ ຊີງແຊັມໂລກ 2020 ເລື່ອນໄປຈັດປີ 2021 ແລະ ບໍ່ຍົກເລີກການແຂ່ງຂັນບານເຕະຊີງແຊັມສະ ໂມສອນໂລກ ຫຼື FA Club World Cup 2020 ທີ່ຈະຈັດຂຶ້ນຢູ່ປະເທດກາຕ້າໃນເດືອນທັນວາ 2020.

