ຫ້ອງການສາທາລະນະສຸກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຖືສຳຄັນໃນການປ້ອງກັນພະຍາດໄຂ້ຍຸງລາຍ ໂດຍໄດ້ວາງມາດຕະການສະກັດກັ້ນ ແລະ ຄວບຄຸມໄຂ້ຍຸງລາຍແຕ່ຫົວທີ.

ທ່ານ ຄຳພັນ ຂັນຕິລາດ ຫົວໜ້າຫ້ອງການສາທາລະນະສຸກເມືອງນາຊາຍທອງ ໃຫ້ສຳພາດວັນທີ 19 ພຶດສະພາ 2020 ວ່າ: ເມືອງນາຊາຍທອງປະກອບມີ 6 ກຸ່ມ 54 ບ້ານ ນັບແຕ່ເດືອນມັງກອນຫາ ກາງເດືອນພຶດສະພາ 2020 ມີການລາຍງານກໍລະນີໄຂ້ຍຸງລາຍ 31 ກໍລະນີ ເປັນອັນດັບທີ 5 ຂອງນະຄອນຫຼວງວຽງຈັນ ການເຄື່ອນໄຫວເພື່ອສະກັດກັ້ນ ແລະ ຄວບຄຸມໄລຍະຜ່ານມາ ຫ້ອງການສາທາລະນະສຸກເມືອງໄດ້ອອກແຈ້ງການເຖິງເລຂາຄະນະພັກຮາກຖານກຸ່ມບ້ານ ປກສ ກຸ່ມບ້ານ ແລະ ການຈັດຕັ້ງທັງ 54 ບ້ານ ເປັນຕົ້ນ ແຈ້ງເຖິງອາສາສະໝັກແຕ່ລະບ້ານ (ອສບ) ໃຫ້ເອົາໃຈໃສ່ໃນການລົງສຳຫຼວດໜອນນ້ຳທຸກອາທິດ ທົ່ວເມືອງມີ ອສບ ທັງໝົດ 454 ຄົນ ການສຳຫຼວດໜອນນ້ຳຍຸງລາຍແຕ່ລະອາທິດຂອງ ອສບ ແມ່ນລາຍງານໃຫ້ທີມງານຄວບຄຸມໄຂ້ຍຸງລາຍຂັ້ນເມືອງເປັນປະຈຳ.

ສຳລັບມາດຕະການສະກັດກັ້ນ ແລະ ຄວບຄຸມໄຂ້ຍຸງລາຍ ທາງຫ້ອງການສາທາລະນະສຸກໄດ້ແບ່ງອອກເປັນ 3 ວຽກໃຫຍ່ຄື: ວຽກງານເຝົ້າລະວັງ ໄດ້ຕິດຕາມກໍລະນີໄຂ້ຍຸງລາຍທີ່ມາກວດຢູ່ໂຮງໝໍເມືອງ ແລະ ໂຮງໝໍສູນກາງທຸກວັນ ເຊິ່ງໄດ້ມີລະບົບລາຍງານປະຈຳວັນ ໂດຍຮັບການລາຍງານຈາກບ້ານ ແລະ ລາຍງານໃຫ້ພະແນກສາທາລະນະສຸກທຸກວັນ ສ່ວນການຈັດຕັ້ງປະຕິບັດວຽກງານໂຕ້ຕອບນັ້ນເມື່ອໄດ້ຮັບການລາຍງານມີກໍລະນີໄຂ້ຍຸງລາຍຈາກໂຮງໝໍ ທີມງານໂຕ້ຕອບຈະແຈ້ງໃຫ້ ອສບ ລົງສອບສວນເອົາຂໍ້ມູນລະອຽດແລ້ວລາຍງານໃຫ້ເມືອງ ຈາກນັ້ນທີມງານຂັ້ນເມືອງຈະລົງສົມທົບກັບ ອສບ ແລະ ການຈັດຕັ້ງບ້ານ ລົງສຳຫຼວດໜອນນ້ຳຍຸງລາຍ ແລ້ວວາງມາດຕະການພົ່ນຍາຂ້າຍຸງໂຕແກ່ທັນທີ.

ນອກນັ້ນ ໄດ້ເອົາໃຈໃສ່ໂຄສະນາສຸຂະສຶກສາ ໂດຍນຳໃຊ້ລົດເປີດເຄື່ອງຂະຫຍາຍສຽງໂຄສະນາວິທີປ້ອງກັນພະຍາດ ໂດຍສະເພາະເພາະຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ແລະ ການທຳລາຍແຫຼ່ງເພາະພັນຂອງຍຸງ ຖ້າສົມທຽບໄລຍະດຽວກັນກັບປີ 2019 ເຫັນວ່າປີນີ້ ມີຈຳນວນກໍລະນີຄົນເປັນໄຂ້ຍຸງລາຍຫຼຸດລົງນັ້ນ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດຈາກຄະນະພັກ ອົງການປົກຄອງເມືອງ ເລຂາຄະພັກຮາກຖານ ຫົວໜ້າ ປກສ ກຸ່ມບ້ານ ເລຂາໜ່ວຍພັກບ້ານ ການຈັດຕັ້ງບ້ານ ແລະ ປະຊາຊົນມີການຕື່ນຕົວສູງ ແລະ ທີມງານສາທາລະນະສຸກເມືອງໄດ້ມີມາດຕະການສະກັດກັ້ນ ແລະປ້ອງກັນແຕ່ຫົວທີ ອສບ ທີ່ມີການແບ່ງລົງຊີ້ນຳແຕ່ລະໜ່ວຍຫຼັງຄາເຮືອນທຸກບ້ານ.
# ຂ່າວ & ພາບ: ເພັດສະໝອນ