ອີງຕາມການປະຊຸມລະຫວ່າງລັດຖະບານອັງກິດຮ່ວມກັບສະມາຄົມບານເຕະອັງກິດ (FA) ວັນທີ 14 ພຶດສະພາ 2020 ກ່ຽວກັບແຜນການກັບມາແຂ່ງຂັນອີກຄັ້ງ ເພື່ອໃຫ້ຈົບລະດູການນີ້.

ທ່ານ ໂອລິເວີ ດາວເດັນ ລັດຖະມົນຕີກະຊວງດີຈິຕອນວັດທະນາທຳສື່ ແລະ ການກີລາ ອັງກິດ ຢືນຢັນວ່າ: ພຣີເມຍລີກ ແລະ ລີກບານເຕະທຸກລະດັບພາຍໃນປະເທດອັງກິດລະດູການ 2019-20 ສາມາດກັບມາແຂ່ງຂັນຕໍ່ໄດ້ ນັບແຕ່ເດືອນມິຖຸນາເປັນຕົ້ນໄປ ໂດຍທຸກຝ່າຍຕ່າງກໍເຫັນດີທີ່ຈະໃຫ້ເປັນໄປຕາມນັ້ນ ຖ້າຫາກວ່າຄວາມປອດໄພ ທາງດ້ານສຸຂະພາບ ແລະ ສະຫວັດດີພາບຂອງນັກເຕະຄູເຝິກ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກຄົນປັດຈຸບັນແມ່ນຂຶ້ນຢູກັບໜ່ວຍງານບານເຕະ ທີ່ຈະຕອບຕົກລົງ ແລະ ສະຫຼຸບລາຍລະອຽດຄວາມພ້ອມຕ່າງໆຕາມແຜນທີ່ວາງໄວ້ ເຊິ່ງມັນເປັນຜົນດີໂດຍລວມທັງກອງເຊຍບານວົງການບານເຕະ ແລະ ປະເທດຊາດລັດຖະບານ ແລະ ຜູ້ຊ່ຽວຊານດ້ານການແພດຕ່າງໆ ພ້ອມທີ່ຈະໃຫ້ຄຳແນະນຳສະໜັບສະໜູນການແຂ່ງຂັນບານເຕະຕໍ່ໄປເລື້ອຍໆ ແລະ ຄາດຫວັງວ່າກອງເຊຍບານຈະຮັບຊົມຖ່າຍທອດສົດຢູ່ເຮືອນແບບມີຄວາມສຸກ ແລະ ບໍ່ສົ່ງຜົນກະທົບທາງດ້ານການເງິນໃນວົງກ້ວາງ.

ແນວໃດກໍຕາມພຣີເມຍລີກອັງກິດ ຈະມີການປະຊຸມໃຫຍ່ອີກຄັ້ງວັນທີ 18 ພຶດສະພາ ນີ້ ເພື່ອຫາຂໍ້ສະຫຼຸບ Project Restart ກໍຄືການກັບມາແຂ່ງຂັນອີກຄັ້ງໃຫ້ສຳເລັດລະດູການນີ້ໂດຍຫວັງວ່າຈະກັບມາແຂ່ງຂັນໃນວັນທີ 12 ມິຖຸນານີ້.

ປັດຈຸບັນພຣີເມຍລີກ ອັງກິດ ຍັງເຫຼືອການແຂ່ງຂັນ 9-10 ນັດລິເວີພູລ ເປັນທີມນຳ ແຂ່ງ 29 ນັດ ມີ 82 ຄະແນນ ໂອກາດຄວ້າແຊັມສົດໃສອັນດັບ 2 ແມນເຊັດເຕີ ຊິດຕີ ແຂ່ງ 28 ນັດ ມີ 57 ຄະແນນອັນດັບ 3 ເລັສເຕີ ຊິດຕີ ມີ 53 ຄະແນນ ແລະ ອັນດັບ 4 ເຊວຊີ ມີ 48 ຄະແນນ.