ເກີດເຫດໄຟໄໝ້ຮ້ານຂາຍວັດສະດຸກໍ່ສ້າງ

ວັນ​ທີ 18 ພຶດ­ສະ­ພາ 2020 ເວ­ລາ​ປະ­ມານ 12 ໂມງ 15 ນາ­ທີ ໄດ້​ເກີດ​ເຫດ​ໄຟ​ໄໝ້​ຮ້ານ​ຂາຍ​ວັດ​ສະ​ດຸ​ກໍ່­ສ້າງ ເຂດ​ບ້ານ​ໂພນ​ຕ້ອງ​ສະ­ຫວາດ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ­ຫຼັງ​ທີ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນວ ໄດ້​ຮັບ​ແຈ້ງ ກໍ​ຮີບ​ດ່ວນ​ອອກ​ໄປ​ຫາ​ຈຸດ​ເກີດ​ເຫດ​ທັນ­ທີ ພ້ອມ​ລົດ​ດັບ​ເພີງ​ຈຳ­ນວນ 2 ຄັນ ແລະ ກຳ­ລັງ​ເຈົ້າ​ໜ້າ­ທີ່​ຈຳ­ນວນ​ໜຶ່ງ.

ຈຸດ​ເກີດ​ເຫດ​ເປັນ​ເຮືອນ​ຫ້ອງ​ແຖວ 2 ຊັ້ນ ຈຳ­ນວນ 3 ຫ້ອງ​ແຖວ​ຕິດ​ກັນ ກໍ່​ດ້ວຍ​ຊີ­ມັງ ເຈົ້າ​ໜ້າ­ທີ່​ໃຊ້​ເວ­ລາ​ປະ­ມານ 20 ນາ­ທີ ກໍ​ສາ­ມາດ​ມອດ​ໄຟ​ໄດ້​ສຳ­ເລັດ ຜົນ​ເສຍ​ຫາຍ​ໃນ​ເປື້ອງ​ຕົ້ນ ເຫັນ​ວ່າ​ຊັ້ນ 2 ຂອງ​ຫ້ອງ​ແຖວ​ທັງ 3 ຫ້ອງ ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍ​ພໍ​ສົມ­ຄວນ ສ່ວນ​ສາ­ເຫດ ແລະ ມູນ​ຄ່າ​ຄວາມ​ເສຍ​ຫາຍ​ຂອງ​ການ​ເກີດ​ອັກ­ຄີ​ໄພ​ຄັ້ງ​ນີ້ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສຶບ​ສວນ​ຂອງ​ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ.

error: Content is protected !!