ຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂ ທາງດ້ານເສດຖະກິດ-ສັງຄົມ

    ກອງປະຊຸມເພື່ອລະດົມແນວຄວາມຄິດ ກ່ຽວກັບການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈັດຂຶ້ນວັນທີ 6 ເມສາ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການ ສະມາຊິກສະພາແຫ່ງຊາດ ລັດຖະມົນຕີ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ປະຈໍາຢູ່ ສປປ ລາວ ເຂົ້າຮ່ວມ.

    ການຈັດກອງປະຊຸມຄັ້ງນີ້ ເພື່ອຮັບຟັງການປະກອບຄໍາຄິດເຫັນຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ບັນດາຂະແໜງການຂົງເຂດເສດຖະກິດ ສະຖາບັນຄົ້ນຄວ້າເສດຖະກິດ ຕາງໜ້າຈາກອົງການສາກົນປະຈໍາ ລາວ ເພື່ອຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂບັນຫາດັ່ງກ່າວຮ່ວມກັນ ເປັນແນວທາງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດ ຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

# ຂ່າວ ພາບ : ຂັນທະວີ

error: Content is protected !!