ປີ 2022 ລັດຖະບານອະນຸມັດໂຄຕາລັດຖະກອນພຽງ 1.300 ຕົວເລກ

    ໂດຍເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນິສິດ ແກ້ວປັນຍາ ກ່າວວ່າ: ນັບແຕ່ມີດໍາລັດວ່າດ້ວຍການຄຸ້ມຄອງລັດຖະກອນ 171/ນຍ ແລະ ດໍາລັດ 172/ນຍ ວ່າດ້ວຍການທຽບຊັ້ນລັດຖະກອນ  ເພື່ອລວມສູນການກໍານົດຕົວເລກຮັບບັນຈຸລັດຖະກອນໃໝ່ໃນແຕ່ລະສົກງົບປະມານໃນເວລານັ້ນ ລັດຖະບານຈຶ່ງໄດ້ອtນຸມັດໂຄຕາ ຫຼື ຕົວເລກລັດຖະກອນໃໝ່ເປັນແຕ່ລະສົກງົບປະມານ ເຫດຜົນ ຍ້ອນວ່າແຕ່ກ່ອນບໍ່ທັນມີດໍາລັດຄຸ້ມຄອງລັດຖະກອນ ແລະ ການຮັບບັນຈຸພະນັກງານ ແມ່ນເອົາຕາມການສັບຊ້ອນແບ່ງປັນນັກຮຽນ-ນັກສຶກສາທີ່ຮຽນຈົບມາ ທັງຢູ່ພາຍໃນ-ຕ່າງປະເທດ ແລະ ບັນຈຸຕາມຄວາມຕ້ອງການຂອງແຕ່ລະກະຊວງ-ອົງການ ແລະ ທ້ອງຖິ່ນ ຈຶ່ງເຮັດໃຫ້ຕົວເລກພະນັກງານ-ລັດຖະກອນເພີ່ມຂຶ້ນຢ່າງໄວວາ ເຊິ່ງສົ່ງຜົນກະທົບຕໍ່ງົບປະມານລາຍຈ່າຍເງິນເດືອນຂອງພະນັກງານ-ລັດຖະກອນຢ່າງໜັກໜ່ວງ ດັ່ງນັ້ນ ໃນເວລານີ້ ລັດຖະບານຕ້ອງໄດ້ຂໍການຊ່ວຍເຫຼືອຈາກສາກົນ ເພື່ອມາດຸ່ນດ່ຽງງົບປະມານໃນບ້ວງເງິນເດືອນ ໂດຍໄດ້ຮັບການຊ່ວຍເຫຼືອຈາກສະຖາບັນການເງິນສາກົນ ແຕ່ IMF ກໍວາງເງື່ອນໄຂໃຫ້ລັດຖະບານຕ້ອງປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ແລະ ຫຼຸດຜ່ອນຈໍານວນພົນລັດຖະກອນລົງ.    

   ສະນັ້ນ ເພື່ອຄວບຄຸມການຮັບບັນຈຸລັດຖະກອນໃນແຕ່ລະປີ ລັດຖະບານຈຶ່ງອະນຸມັດຕົວເລກລັດຖະກອນໃໝ່ (Quota) ເປັນແຕ່ລະສົກງົບປະມານ ເຊິ່ງແຕ່ລະສົກປີງົບປະມານ ຕົວເລກອະນຸມັດຈາກລັດຖະບານກໍມີຈໍານວນທີ່ບໍ່ສະເໝີກັນ ການກໍານົດຕົວເລກໃນແຕ່ລະສົກປີ ແມ່ນອີງໃສ່ຈໍານວນລັດຖະກອນທີ່ອອກໃນຮູບການຕ່າງໆ ອີງໃສ່ຄວາມຕ້ອງການລັດຖະກອນຂອງບັນດາການຈັດຕັ້ງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ (ໄລ່ເປັນສ່ວນຮ້ອຍ) ແລະ ອິງໃສ່ຄວາມອາດສາມາດສະໜອງຕອບທາງດ້ານງົບປະມານໃນແຕ່ລະປີ  ລັດຖະບານຈຶ່ງອະນຸມັດຕົວເລກແຕ່ລະສົກປີບໍ່ເທົ່າກັນ (ຮອດປີ 2016 ໄດ້ປ່ຽນສົກປີງົບປະມານ ມາເປັນປີງົບປະມານ)

     ປີ 2021 ລັດຖະບານອະນຸມັດໂຄຕາ ຈໍານວນ 1.500 ຕົວເລກ ສະເພາະປີ 2022 ລັດຖະບານອານຸມັດໂຄຕາ ຈໍານວນ 1.300 ຕົວເລກ ບ່ອນອິງຂອງປີ 2022 ກໍເຊັ່ນດຽວກັນ ກໍອິງໃສ່ຕົວເລກລັດຖະກອນອອກ ການສະເໜີຄວາມຕ້ອງການຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ແລະ ການຢັ້ງຢືນຂອງກະຊວງການເງິນກ່ຽວກັບຄວາມເປັນໄປໄດ້ຂອງຄວາມສາມາດສະໜອງທາງດ້ານງົບປະມານ ພ້ອມນັ້ນ ປີນີ້ ລັດຖະບານຍັງຕົກລົງເພີ່ມມູນຄ່າດັດສະນີເງິນເດືອນ 150/1 ດັດຊະນີ    ດັ່ງນັ້ນ ປີນີ້ ລັດຖະບານຈຶ່ງກໍານົດຕົວເລກລັດຖະກອນໃໝ່ໄດ້ພຽງ 1.300 ຄົນເທົ່ານັ້ນ.

    ເຖິງວ່າການຈັດແບ່ງຕົວເລກລັດຖະກອນໃໝ່ປະຈຳປີນີ້ຈະໜ້ອຍກວ່າປີຜ່ານມາກໍຕາມ ກະຊວງພາຍໃນກໍໄດ້ມີຄວາມພະຍາຍາມຄົ້ນຄວ້າແບ່ງປັນຕົວເລກດັ່ງກ່າວຕາມທິດຊີ້ນຳ ແລະ ຕາມບູລິມະສິດຂອງລັດຖະບານ ເປັນຕົ້ນ ຂະແໜງການສຶກສາ ແລະ ສາທາລະນະສຸກ ທີ່ຍັງເປັນຂະແໜງການບູລິມະສິດສຳຄັນ ໂດຍສະເພາະຂະແໜງສາທາ ເພື່ອເພີ່ມກໍາລັງບຸຄະລາກອນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ແລະ ພິເສດ ປີນີ້ ສະເພາະແຂວງໄຊສົມບູນ ແມ່ນລັດຖະບານໄດ້ກໍານົດຕົວເລກລວມໃຫ້ແຂວງເລີຍເປັນຈໍານວນ 108 ຕົວເລກ ໂດຍບໍ່ຜ່ານຂະແໜງການສາຍຕັ້ງ ເຊິ່ງເປັນການປະຕິບັດດໍາລັດວ່າດ້ວຍນະໂຍບາຍພັດທະນາເສດຖະກິດແຂວງໄຊສົມບູນ ເລກທີ 414/ລບ ເທົ່າທີ່ຈະສາມາດປະຕິບັດໄດ້.

   ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນປີ 2021 ແລະ ທິດທາງແຜນການ ປີ 2022 ຂໍ້ຕົກລົງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່ ປະຈໍາປີ 2022 ແລະ ເຜີຍແຜ່ແນະນໍາກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວເພື່ອໃຫ້ມີຄວາມເປັນເອກະພາບກັນຕື່ມອີກ.

error: Content is protected !!