ທະຫານ ນວ ສ້າງຂະບວນການອະນາໄມ ຕ້ອນຮັບວັນສໍາຄັນ

    ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ສ້າງຂະບວນການອະນາໄມສະຖານທີ່ຄ້າຍຄູຂອງກົມກອງ ເພື່ອສະເຫຼີມສະຫຼອງວັນສັບປະດາວຽງຈັນສະອາດ ແລະ ຕ້ອນຮັບວັນສ້າງຕັ້ງກອງບັນຊາການທະຫານ ນວ ຄົບຮອບ 46 ປີ ຂຶ້ນວັນທີ 6 ເມສາ 2022 ໂດຍກມີທ່ານ ພັນເອກ ບົວເງິນ ຫົງໄຂຄໍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍຄະນະພັກອົງການ 5 ຫ້ອງພະແນກການ ກົມກອງ ແລະ ພະນັກງານນັກຮົບ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ພັນເອກ ບົວເງິນ ຫົງໄຂຄໍາ ກໍໄດ້ສະແດງຄວາມຊົມເຊີຍຄະນະຮັບຜິດຊອບສ້າງຂະບວນການທຸກພາກສ່ວນ ຄະນະບັນຊາແຕ່ລະຂັ້ນ ແລະ ພະນັກງານ-ນັກຮົບ ທີ່ມີຄວາມເອົາໃຈໃສ່ ກະຕືລືລົ້ນ ມີສະຕິຕື່ນຕົວ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ ປະກອບສ່ວນສຳຄັນໃນວຽກລວມກົມກອງຢ່າງເຕັມເມັດເຕັມໜ່ວຍ ແລະ ໄດ້ກະກຽມຄວາມພ້ອມດ້ານວັດຖຸອຸປະກອນການອອກແຮງງານຕາມແຜນການທີ່ວາງໄວ້ ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ການຊີ້ນຳ-ນໍາພາພະນັກງານ-ນັກຮົບພາຍໃນກົມກອງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມຂະບວນການຄັ້ງຕໍ່ໄປ ພ້ອມກັນຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເປັນຈິດໜຶ່ງໃຈດຽວ ສຸມທຸກເຫື່ອແຮງ ສ້າງຂະບວນການໃຫ້ມີບັນຍາກາດ ແລະ ມີຄວາມເບີກບານມ່ວນຊື່ນ.

    ການອະນາໄມຄັ້ງນີ້ ເພື່ອສ້າງຂະບວນສະເຫຼີມສະຫຼອງວັນສັບປະດາວຽງຈັນສະອາດ ຕາມແຜນການຂອງ ນວ ກໍຄືແຜນການພັດທະນາ ນວ ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເຮັດໃຫ້ ນວ ມີຄວາມສະອາດ ໂດຍສະເພາະ ຢູ່ກອງບັນຊາການທະຫານ ນວ ເປັນຕາໜ້າຢູ່ອາໄສ ປາສະຈາກສິ່ງທີ່ເປີເປື້ອນ ຕາມທາງເຂົ້າອອກ ທັງໃນ ແລະ ນອກຄ້າຍຄູ ຫ້ອງການ ເຮືອນນອນ ສະຖານທີ່ນຕ່າງໆ.

# ຂ່າວ – ພາບ : ສະບາໄພ

error: Content is protected !!