ເຈົ້າຄອງ ຕ້ອນຮັບການເຂົ້າພົບປະຂອງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ປະຈໍາລາວ

    ວັນທີ 5 ເມສາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ມູຮົງ ອິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ປະຈໍາລາວ ພ້ອມຄະນະ ໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ຄົນໃໝ່ປະຈໍາລາວ.

    ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕີລາຄາສູງຕໍ່ການເຂົ້າພົບປະຂອງທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ຄົນໃໝ່ ປະຈໍາລາວ ຄັ້ງນີ້ ເປັນການເສີມສະຫາຍສາຍພົວພັນ ການຮ່ວມມືສະໜິດແໜ້ນລະຫວ່າງ ສປປ ລາວ ກໍຄືນະຄອນຫຼວງວຽງຈັນ ແລະ ສ ເກົາຫຼີ ທີ່ໄດ້ມີການຮ່ວມມື ພ້ອມທັງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄລຍະມາຜ່ານມາ ກໍຄືປັດຈຸບັນ ພ້ອມນັ້ນ ເຈົ້າຄອງນະຄອນຫຼວງວຽງຈັນຍັງໄດ້ລາຍງານສະພາບໂດຍລວມຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການວາງແຜນມາດຕະການແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ຍັງມີຈໍານວນຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ ນອກນັ້ນ ຍັງໄດ້ລາຍງານກ່ຽວກັບຂອບການຮ່ວມມື ແລະ ການລົງທຶນຢູ່ໃນນະຄອນຫຼວງວຽງຈັນ ໂດຍສະເພາະ ການປັບປຸງພື້ນຖານໂຄງລ່າງ ການປັບປຸງຕົວເມືອງ ການແກ້ໄຂບັນຫາສິ່ງແວດລ້ອມ ເປັນຕົ້ນແມ່ນການແກ້ໄຂລະບົບນໍ້າເປື້ອນ ອັນໄດ້ເປັນບັນຫາຮີບດ່ວນຂອງນະຄອນຫຼວງວຽງຈັນ.

    ຕອນທ້າຍ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ປະຈໍາລາວ ໄດ້ສະແດງຄວາມຂອບໃຈຕໍ່ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະທີ່ຕົນມາດໍາລົງຕໍາແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ເກົາຫຼີ ປະຈໍາລາວ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືລະຫວ່າງ ສ.ເກົາ ຫຼີ ແລະ ສປປ ລາວ ໃຫ້ເກີດດອກອອກຜົນ ໂດຍສະເພາະ ສືບຕໍ່ໃຫ້ການຮ່ວມມືຊຸກຍູ້ໂຄງການກໍ່ສ້າງຕາຝັ່ງເຈື່ອນຢູ່ ນະຄອນຫຼວງວຽງຈັນທີ່ກໍາລັງຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມກໍານົດເວລາທີ່ໄດ້ຕົກລົງກັນ ນອກນັ້ນ ຍັງມີໂຄງການບໍາບັດນໍ້າເປື້ອນ ແລະ ໂຄງການຮ່ວມມືອື່ນໆອີກ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!