ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ເຮັດວຽກຮ່ວມກັບທະນະຄານຮ່ວມທຸລະກິດລາວ-ຫວຽດ

    ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນໍາໂດຍສະຫາຍ ດິງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທະນາ ຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ວັນທີ 5 ເມສາ 2022 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນວັນທີ 3-5 ເມສານີ້ ໂດຍມີສະຫາຍ ຫງວຽນ ດຶກ ວູ໋ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນັກງານຂອງທະນາຄານໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    ສະຫາຍ ຫງວຽນ ດຶກ ວູ໋ ໄດ້ລາຍງານກ່ຽວກັບການດໍາເນີນທຸລະກິດທະນາຄານຕະຫຼອດໄລຍະ 23 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດ ແລະ ສັງຄົມຂອງລາວ ມາຮອດທ້າຍເດືອນມີນາ 2022 ມີຊັບສິນລວມທັງໝົດບັນລຸ 1,1 ຕື້ໂດລາສະຫະລັດ ແລະ ລວມຍອດລະດົມທຶນໄດ້ເກືອບ 01 ຕື້ໂດລາສະຫະລັດ ແລະ ຮອດທ້າຍປີ 2021 ທະນາຄານໄດ້ປະກອບສ່ວນເຂົ້າງົບປະມານ  ບັນລຸປະມານ  33 ລ້ານໂດລາສະຫະລັດ  ແລະ  ສ້າງວຽກເຮັດງານທໍາໄດ້ເກືອບ 500 ຕໍາແໜ່ງງານ.

    ໃນໂອກາດນີ້ ສະຫາຍ ສະຫາຍ ດິງ ຕຽນ ຢຸງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການພັດທະນາຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ ຜ່ານການໄດ້ຮັບລາງວັນ ແລະ ການຍ້ອງຍໍຂັ້ນຕ່າງໆຈາກພັກ-ລັດຖະບານລາວໃນໄລຍະຜ່ານມາ ພ້ອມນັ້ນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ແຕ່ທະນາຄານຍັງບັນລຸໄດ້ຜົນງານຫຼາຍດ້ານ ທີ່ການນໍາຂອງສອງພັກ ສອງລັດວາງອອກ ພ້ອມດຽວກັນນັ້ນ ຍັງໄດ້ຊີ້ນໍາໃຫ້ພະນັກງານທົ່ວທະນາຄານຮ່ວມທຸລະກິດລາວ-ຫວຽດ ສືບຕໍ່ຮັກສາຕົວເລກການຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ ພິເສດ ຜັນຂະຫຍາຍວຽກງານກໍ່ສ້າງຊັບພະຍາກອນຄຸນນະພາບສູງໃຫ້ລາວ ເຊິ່ງເປັນຂະແໜງການທີ່ລາວມີຄວາມຕ້ອງການ.

# ຂ່າວ ພາບ : ຂັນທະວີ

error: Content is protected !!