ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ຢ້ຽມຢາມ ແລະ ເຮັດວຽກຢູ່ຖາບັນການເງິນ-ການບັນຊີ

    ວັນທີ 5 ເມສາ 2022 ຄະນະຜູ້ແທານຂັ້ນສູງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ນໍາໂດຍ ສະຫາຍ ດິງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ໄດ້ຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໂຄງການຊ່ວຍເຫຼືອລັດຖະບານ ສສ ຫວຽດນາມ ໃນໂຄງການພັດທະນາພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີ ກະຊວງການເງິນ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການປົກຄອງ ນວ ວັນທີ 3-5 ເມສານີ້ ໂດຍມີ ສະຫາຍ ບຸນປອນ ວັນນະຈິດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ສະຫາຍນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ ຄະນະອໍານວຍການສະຖາບັນ ແລະ ນ້ອງນັກສຶກສາໃຫ້ການຕ້ອນຮັບຢ່າງເປັນຂະບວນ. 

    ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງນະຄອນຫຼວງຮ່າໂນ້ຍຄັ້ງນີ້ ສະຫາຍນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ ໄດ້ລາຍງານສະພາບໂດຍລວມ ແລະ ຄວາມຄືບໜ້າໂຄງການພັດທະນາພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີວ່າ: ປັດຈຸບັນ ສະຖາບັນການເງິນ-ການບັນຊີ ໄດ້ມີພື້ນຖານໂຄງລ່າງທີ່ເປັນລະບົບຄົບຊຸດສົມຄວນ ສາມາດອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ການເຝິກອົບຮົມ ເປັນຕົ້ນ ມີເນື້ອທີ່ດິນ 14 ເຮັກຕາ ມີອາຄານຫ້ອງຮຽນ 3 ຊັ້ນ 3 ຫຼັງ ສາມາດຮອງຮັບນັກສຶກສາໄດ້ຫຼາຍກວ່າ 5.000 ຄົນ ອາຄານຫ້ອງການ ຫ້ອງສະໝຸດ ຫ້ອງຮຽນຈໍາລອງ ສູນເຝິກອົບຮົມ ຫ້ອງຄອມພິວເຕີ ມີລະບົບອິນເຕີເນັດ ເດີ່ນກີລາ ຫໍພັກນັກສຶກສາ-ຫໍພັກພະນັກງານທີ່ມາເຝິກອົບຮົມ ຕຶກອາຄານສະໂມສອນ ຮ້ານອາຫານ ມີສະຖານທີ່ຈອດລົດກວ້າງຂວາງ ແລະ ມີສະຖານທີ່ພັກຜ່ອນໃຫ້ແກ່ນັກຮຽນ. ສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີ ດ້ານແຫຼ່ງທຶນມາຈາກທຶນຊ່ວຍເຫຼືອລ້າຂອງລັດຖະບານ ສສ ຫວຽດນາມໃຫ້ແກ່ລັດຖະບານລາວ ແລະ ແຫຼ່ງທຶນສົມທົບຂອງລັດຖະບານລາວ ເຊິ່ງປະກອບມີ 3 ໄລຍະຄື: ໄລຍະທີ 1 ໂຄງການໄດ້ປະຕິບັດແຕ່ປີ 2006-2010 ໄລຍະທີ 2 ໂຄງການປະຕິບັດແຕ່ປີ 2011-2015 ໄລຍະທີ 3 ໂຄງການກຳລັງດຳເນີນການກໍ່ສ້າງມີ ອາຄານຫ້ອງຮຽນ 3 ຊັ້ນ ຫໍພັກນັກສຶກສາສູງ 3 ຊັ້ນ 2 ຫຼັງ ອາຄານ ເດີ່ນກີລາໃນຮົ່ມອະເນກປະສົງ ເດີ່ນກີລາບານເຕະ ແລະ ກໍ່ສ້າງພື້ນຖານໂຄງລ່າງເຕັກນິກພາຍນອກອາຄານ ປະກອບມີ:ເຮືອນສູບນ້ຳ ສະຖານີໝໍ້ແປງໄຟຟ້າ ເດີ່ນ ເສັ້ນທາງ ໜອງ  ລະບົບສະໜອງນ້ຳ ລະບົບລະບາຍນ້ຳ ສະໜອງໄຟຟ້າພາຍນອກອາຄານ ແລະ ໜ້າວຽກປິ່ນອ້ອມອື່ນໆ ໂດຍລວມ ການປະຕິບັດໂຄງການແຕ່ປີ 2017 ຫາປີ 2021 ຍ້ອນຜົນກະທົບຈາກສະພາບການພະຍາດໂຄວິດ-19 ເຮັດໃຫ້ການປະຕິບັດບັນດາໂຄງການຫຼ້າຊ້າ ປັດຈຸບັນ ໂຄງການການມີຄວາມຄືບໜ້າປະມານ 80% ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2022. ໂອກາດນີ້ ສະຫາຍເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ຕະຫຼອດຮອດຄະນະອໍານວຍການສະຖາບັນການເງິນ-ການບັນຊີ ພະນັກງານຄູ-ອາຈານ ແລະ ນ້ອງນັກສຶກສາທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໄດ້ຕີລາຄາຕໍ່ສູງໂຄງການພັດທະນາພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີ ເຊິ່ງເປັນໂຄງການທີ່ມີລັກສະນະຕົວຈິງເປັນຮູບປະທໍາ ແລະ ຫວັງຢ່າງຍິ່ງວ່າ ພະນັກງານຄູ-ອາຈານ ແລະ ນັກສຶກສາສະຖາບັນການເງິນ-ການບັນຊີ ຈະສືບຕໍ່ເສີມຂະຫຍາຍຍົກສູງປະສິດທິພາບໃນການສິດສອນ ສ້າງສະຖາບັນໃຫ້ກາຍເປັນບ່ອນບໍາລຸງສ້າງນັກສຶກສາທີ່ດີເດັ່ນ ສະໜອງແຫຼ່ງຊັບພະຍາກອນມະນຸດການເງິນທີ່ມີຄຸນນະພາບ ມີລະດັບວິຊາສະເພາະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາປະທດລາວໃນໄລຍະໃໝ່ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

.

# ຂ່າວ-ພາບ :  ຊິລິການດາ

error: Content is protected !!