36 ວັນ ການຕິດເຊື້ອພະຍາດໂຄວິດ-19 ຢູ່ລາວຍັງເປັນ +0

ວັນ​ທີ 18 ພຶດ­ສະ­ພາ 2020 ທີ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ COVID-19 ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ​ຖະ­ແຫຼງ​ຂ່າວ​ໃຫ້​ຮູ້​ວ່າ: ສະ­ພາບ​ການ​ເຝົ້າ​ລະ­ວັງ​ພະ­ຍາດ COVID-19 ຢູ່​ລາວ​ເຮົາ ມາ​ຮອດ 17:00 ໂມງ​ວັນ​ທີ 17 ພຶດ­ສະ­ພາ 2020 ມີ​ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ​ມີ​ທັງ​ໝົດ 1.489 ຄົນ ຈຸດ​ຜ່ານ​ດ່ານ​ລາວ-ໄທ ທັງ​ໝົດ 757 ຄົນ ໃນ​ນັ້ນ​ມີ­ແຮງ​ງານ​ລາວ​ກັບ​ມາ​ຈາກ​ປະ­ເທດ​ໄທ 4 ຄົນ ເຊິ່ງ​ຜ່ານ​ດ່ານ​ວັງ​ເຕົ່າ-ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ ເຫຼືອ​ນັ້ນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ​ຈຸດ​ຜ່ານ​ດ່ານ​ລາວ-ຈີນ ທັງ​ໝົດ 5 ຄົນ ໃນ​ນີ້​ແຮງ​ງານ​ລາວ​ກັບ​ມາ​ແຕ່​ຈີນ 2 ຄົນ ເຂົ້າ​ມາ​ຜ່ານ​ດ່ານ​ບໍ່​ເຕ່ນ ແລະ ຄົນ​ຈີນ 3 ຄົນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຸດ​ຜ່ານ​ດ່ານ​ລາວ-ຫວຽດ­ນາມ ທັງ​ໝົດ 727 ຄົນ ໃນ​ນັ້ນ​ຄົນ​ລາວ 1 ຄົນ​ແມ່ນ​ນັກ​ສຶກ​ສາ​ກັບ​ຈາກ​ຫວຽດ­ນາມ ເຂົ້າ​ມາ​ຜ່ານ​ດ່ານ​ລະ​ໄລ ແຂວງ​ສາ­ລະ​ວັນ ເຫຼືອ​ນັ້ນ​ແມ່ນ​ຄົນ​ຂັບ​ລົດ​ສົ່ງ​ສິນ­ຄ້າ ແລະ ຈຳ­ນວນ​ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ​ບໍ່​ມີ ໃນ​ທຸກ​ດ່ານ​ແມ່ນ​ໄດ້​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້.

ສຳ­ລັບ​ແຮງ​ງານ​ລາວ 4 ຄົນ ທີ່​ຜ່ານ​ດ່ານ​ວັງ​ເຕົ່າ-ຊ່ອງ​ເມັກ​ແຂວງ​ຈຳ­ປາ​ສັກ ທັງ​ໝົດ​ມີ​ຖິ່ນ​ຖານ​ມາ​ຈາກ​ແຂວງ​ຈຳ­ປາ​ສັກ ເຊິ່ງ​ແຮງ​ງານ​ທັງ​ໝົດ​ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ ແລະ ນຳ​ສົ່ງ​ໄປ​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ​ຂອງ​ແຂວງ ຈົນ​ກວ່າ​ຈະ​ຄົບ​ກຳ­ນົດ 14 ວັນ.

ການ​ເຝົ້າ​ລະ­ວັງ ແລະ ວິ­ເຄາະ​ວັນ​ທີ 17 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 114 ຄົນ ໃນ​ນັ້ນ​ມີ​ກໍ­ລະ­ນີ​ສົງ­ໄສ 14 ຄົນ ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 22 ຄົນ ແຮງ​ງານ​ຈີນ​ທີ່​ເຂົ້າ​ມາ​ລາວ 78 ຄົນ ໃນ​ນີ້​ແມ່ນ​ໄດ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ໂຮງ­ແຮມ​ຊັງ​ຈິ​ກົວ​ຈີ (ຖະ­ໜົນ​ອາ​ຊຽນ ເມືອງ​ສີ​ໂຄດ​ຕະ­ບອງ) ແລະ ຜົນ​ກວດ​ທັງ​ໝົດ​ຂອງ​ວັນ​ທີ 17 ພຶດ­ສະ­ພາ​ນີ້​ບໍ່​ພົບ​ເຊື້ອ ໝາ­ຍວ່າ​ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່ ເຊິ່ງ​ສັງ​ລວມ​ການ​ກວດ​ວິ­ເຄາະ​ແຕ່​ເດືອນ​ມັງ­ກອນ​ຮອດ​ວັນ​ທີ 17 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 4.565ຕົວ­ຢ່າງ​ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (36 ວັນ​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່).

ການ​ຕິດ­ຕາມ​ຜູ້​ເດີນ­ທາງ​ມາ​ຈາກ​ຕ່າງ­ປະ­ເທດ ໂດຍ​ສະ­ເພາະ​ແຮງ​ງານ​ລາວ ​ຢູ່​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ​ຕ່າງໆ​ຂອງ​ແຂວງ ປັດ­ຈຸ­ບັນ​ນີ້​ທົ່ວ​ປະ­ເທດ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ 91 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 2.560 ຄົນ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ທັງ​ໝົດ ແລະ ບໍ່​ມີ​ຜູ້​ຕິດ­ເຊື້ອ ສ່ວນ​ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ປັດ­ຈຸ­ບັນ​ມີ​ຜູ້​ນອນ​ຕິດ­ຕາມ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 5 ຄົນ ຍິງ 4 ຄົນ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ປົກ­ກະ­ຕິ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!