ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສປປ ລາວ ສະບັບປັບປຸງ ເປັນບາດກ້າວໃໝ່ທີ່ສໍາຄັນຂອງການພັດທະນາວຽກງານຄວບຄຸມຢາສູບໃນພາກພື້ນອາຊຽນ

    ປະທານປະເທດ ສປປ ລາວ ໄດ້ລົງນາມຮັບຮອງເອົາກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ປີ 2021 ເຊິ່ງປະກອບດ້ວຍມາດຕະການທີ່ເຂັ້ມແຂງ ທີ່ຈະສະໜັບສະໜູນໃຫ້ວຽກງານການຄວບຄຸມຢາສູບພາຍໃນປະເທດມີປະສິດທິຜົນ.

    ໃນທົ່ວປະເທດ ຄົນລາວສູບຢາປະມານ 8.240.000 ຄົນ ຢາສູບກໍ່ໃຫ້ເກີດພະຍາດຮ້າຍແຮງຫຼາຍຊະນິດ ແລະ ສ້າງພາລະ ຄ່າໃຊ້ຈ່າຍໃນການປິ່ນປົວພະຍາດທີ່ເກີດຢາສູບສູງເຖິງ 428 ລ້ານໂດລາສະຫະລັດ ຫຼື ກວມເອົາ 2,24% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ແລະ ຢາສູບ ຍັງເຮັດໃຫ້ຄົນລາວເສຍຊີວິດເຖິງ 7.000 ຄົນຕໍ່ປີ.

    ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບນີ້ ແມ່ນປັບປຸງຈາກກົດໝາຍ ທີ່ອອກໃນປີ 2009 ເພື່ອບັນລຸຍຸດທະສາດການຄວບຄຸມຢາສູບ ແນໃສ່ “ປົກປ້ອງ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນ ຮັກສາສະພາບແວດລ້ອມໃຫ້ປອດໄພ ປະຕິບັດພັນທະຕໍ່ສົນທິສັນຍາພາກພື້ນ ແລະ ສາກົນ ແລະ ປະກອບສ່ວນໃນການປ້ອງກັນ ແລະ ພັດທະນາປະເທດຊາດ” ເຊິ່ງກົດໝາຍສະບັບນີ້ ໄດ້ປັບປຸງຫຼາຍຈຸດ ເປັນຕົ້ນ ນິຍາມຜະລິດຕະພັນຢາສູບ ເພື່ອໃຫ້ຄວບຄຸມເອົາຢາສູບໄຟຟ້າທຸກປະເພດ ເປັນຕົ້ນ ຢາສູບໄຟຟ້າ ຢາສູບລະເຫີຍອາຍ ແລະ ອື່ນໆ.

    ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ  ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ກ່າວວ່າ: ກະຊວງສາທາລະນະສຸກມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບ ເຊິ່ງກົດໝາຍສະບັບດັ່ງກ່າວ ມີເນື້ອໃນສົມບູນ ຄົບຖ້ວນ ແລະ ສອດຄ່ອງກັບຂໍ້ແນະນໍາສົນທິສັນຍາຂອງອົງການອະນາໄມໂລກ ວ່າດ້ວຍການຄວບຄຸມຢາສູບທີ່ ສປປ ລາວ ເປັນພາຄີ ຈຸດປະສົງຫຼັກຂອງການປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບຄັ້ງນີ້ ເພື່ອຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ ໂດຍສະເພາະແມ່ນເລັ່ງໃສ່ການປົກປ້ອງໄວໜຸ່ມທີ່ຈະເປັນອະນາຄົດຂອງຊາດ ຈາກການເຂົ້າສູ່ວົງໂຄຈອນການເສບຕິດຢາສູບ ແລະ ສົ່ງເສີມໃຫ້ພົນລະເມືອງທຸກຄົນມີສຸຂະພາບແຂງແຮງ ແລະ ອາຍຸຍືນຍາວ.

    ກົດໝາຍສະບັບປັບປຸງນີ້ ຍັງເປີດໂອກາດໃຫ້ກະຊວງສາທາລະນະສຸກ ສາມາດປັບຄໍາເຕືອນສຸຂະ ພາບເປັນຮູບພາບທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນຍິ່ງຂຶ້ນ ໃຫ້ຊອງຢາສູບປາສະຈາກການໂຄສະນາ ແລະ ຍັງຊ່ວຍຊຸກຍູ້ສະໜັບສະໜູນໃຫ້ເພີ່ມອາກອນຊົມໃຊ້ຢາສູບໃຫ້ສອດຄ່ອງກັບການເຕີບໂຕດ້ານເສດຖະກິດ ຄວາມສາມາດໃນການຊື້ ແລະ ອັດຕາເງິນເຟີ້ ນອກນີ້ ກົດໝາຍສະບັບໃໝ່ຍັງໄດ້ກໍານົດເຂດປອດຄວັນຢາ ສູບພາຍໃນ ແລະ ພາຍນອກອາຄານຢ່າງຈະແຈ້ງ ໂດຍອະນຸຍາດໃຫ້ສູບຢາຢູ່ນອກອາຄານເທົ່ານັ້ນ ແລະ ຫ່າງຈາກອາຄານຢ່າງໜ້ອຍ 10 ແມັດ ສ່ວນບ່ອນອະນຸຍາດໃຫ້ສູບຢາຕ້ອງບໍ່ມີຫຼັງຄາ ແລະ ຈັດໃຫ້ມີບ່ອນເຂ່ຍຂີ້ກອກຢາ.

    ກອງທຶນຄວບຄຸມຢາສູບຂອງ ສປປ ລາວ ສ້າງຕັ້ງຂຶ້ນປີ 2013 ເພື່ອສະໜັບສະໜູນໃຫ້ສາມາດໃຊ້ຍຸດທະສາດວຽກງານຄວບຄຸມຢາສູບ ກອງທຶນນີ້ບໍລິຫານໂດຍກະຊວງສາທາລະນະສຸກ ພາຍໃຕ້ການຊີ້ນໍາຂອງຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ແຫຼ່ງລາຍຮັບແມ່ນໄດ້ຈາກການເກັບເພີ່ມຈາກບໍລິສັດຢາສູບ ນອກຈາກທີ່ລັດເກັບອາກອນຊົມໃຊ້ປົກກະຕິແລ້ວ ໄດ້ຈາກເງິນບໍລິຈາກ ແລະ ງົບປະມານແຫ່ງລັດ.

    ກົດໝາຍດັ່ງກ່າວ ໄດ້ປັບປຸງໃຫ້ສອດຄ່ອງກັບສົນທິສັນຍາຂອງອົງການອະນາໄມໂລກ ວ່າດ້ວຍການຄວບຄຸມຢາສູບ ແລະ ສະໜັບສະໜູນໃຫ້ມີການຮ່ວມມືກັບສາກົນ ເພື່ອແລກປ່ຽນຄວາມຮູ້ ແລະ ສ້າງຄວາມສາມາດຂອງບຸຄະລາກອນ.

    ທ່ານ ດຣ Ulysses Dorotheo ຜູ້ອໍານວຍການໃຫຍ່ສະມາພັນຄວບຄຸມຢາສູບອາຊຽນ ກ່າວວ່າ: ກົດໝາຍວ່າດ້ວຍການຄວບຄຸມຢາສູບຂອງ ສປປ ລາວ ສະບັບປັບປຸງນີ້ ເປັນບາດກ້າວໃໝ່ທີ່ສໍາຄັນຂອງການພັດທະນາວຽກງານຄວບຄຸມຢາສູບໃນພາກພື້ນອາຊຽນ ເພາະໄດ້ຄວບຄຸມຜະລິດຕະພັນຢາສູບທຸກຮູບແບບ ລວມທັງຢາສູບໄຟຟ້າ ແລະ ຫ້າມການແຊກແຊງຂອງບໍລິສັດຢາສູບ ພວກເຮົາຂໍສະແດງຄວາມຍິນດີກັບລັດຖະບານລາວ ທີ່ໄດ້ປະສົບຄວາມສໍາເລັດອີກບາດກ້າວໜຶ່ງ ສະມາພັນຄວບຄຸມຢາສູບອາຊຽນ ຕັ້ງໜ້າລໍຄອຍທີ່ຈະເຫັນກົດໝາຍສະບັບນີ້ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນ ສປປ ລາວ ແລະ ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ສະໜັບສະໜູນລັດຖະບານ ສປປ ລາວ ກ່ຽວກັບວຽກງານການຄວບຄຸມຢາສູບ.

# ສະບາໄພ

error: Content is protected !!