ວັນທີ 4-5 ເມສາ 2022 ກົມພັດທະນາຊົນນະບົດ ແລະ ສະຫະກອນ ຮ່ວມກັບອົງການສະຫະພັນສະຫະກອນ ແລະ ອົງການໄຮໄຟເຊີນ ແຫ່ງເຢຍລະມັນ ໄດ້ຈັດກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນວຽກງານກຸ່ມການຜະລິດກະສິກຳຂຶ້ນ ທີ່ຫ້ອງວ່າການປົກຄອງແຂວງເຊກອງ ເປັນປະທານຂອງທ່ານ ບຸນສົ່ງ ລຳມະຍົດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ມີທ່ານ ສົມບູນ ວົງເພັດ ຮອງຫົວໜ້າພະແນກສົ່ງເສີມສະຫະກອນ ກົມພັດທະນາຊົນນະບົດ ແລະ ສະຫະກອນ ຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ກຸ່ມຜະລິດກະສິກຳ ແລະ ຂະແໜງການກ່ຽວຂ້ອງ 3 ແຂວງພາກໃຕ້ຄື: ແຂວງເຊກອງ ສາລະວັນ ແລະ ແຂວງອັດຕະປືເຂົ້າຮ່ວມ.

ທ່ານ ບຸນສົງ ລຳມະຍົດ ກ່າວວ່າ: ການຈັດກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນຂອງກຸ່ມການຜະລິດກະສິກຳ 3 ແຂວງຄັ້ງນີ້ ເພື່ອເປັນການຍົກສູງ ແລະ ເສີມຂະຫຍາຍໃຫ້ບັນດາກຸ່ມການຜະລິດກະສິກຳໃນ 3 ແຂວງໃຫ້ມີຄວາມຮູ້ ແລະ ເຂົ້າໃຈຕໍ່ຄວາມສຳຄັນຂອງວຽກງານຂະບວນການສ້າງຕັ້ງເປັນສະຫະກອນໃນອະນາຄົດ ເຊິ່ງກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນດ້ວຍກັນ ໃນການສ້າງຄວາມເຂົ້າໃຈຕໍ່ວຽກງານດັ່ງກ່າວ ພ້ອມທັງນຳສະເໜີກ່ຽວກັບການພັດທະນາ ແລະ ແຜນທິດທາງໃນການສົ່ງເສີມບັນດາກຸ່ມ ແລະ ສະຫະກອນ ປັດຈຸບັນ ລັດຖະບານກໍໄດ້ປະກາດໃຊ້ຢ່າງເປັນທາງການ ສຳລັບດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ ສະບັບເລກທີ 606/ລບ ລົງວັນທີ 26 ພະຈິກ 2020 ທີ່ເປັນດຳລັດສະເພາະ ໄດ້ເວົ້າເຖິງອົງການຈັດຕັ້ງຂອງຊາວກະສິກອນລາວໃນຂອບເຂດທົ່ວປະເທດ ໂດຍມີຈຸດປະສົງໃຫ້ມີການຈັດຕັ້ງຮວມຕົວກັນ ໃນການຈັ້ດຕັ້ງເປັນກຸ່ມ ຫຼື ເປັນສະຫະກອນການຜະລິດກະສິກຳດ້ວຍຫຼາຍຮູບແບບ ເພື່ອຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ບຸນສົງ ລຳມະຍົດ ໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນ ອີງຕາມການປະເມີນຜົນຂອງການຈັດຕັ້ງປະຕິບັດວຽກງານຂອງກຸ່ມເປົ້າໝາຍ ແລະ ສະຫະກອນໃນໄລຍະຜ່ານມາ ເຫັນວ່າ: ຊາວກະສິກອນສ່ວນຫຼາຍມີຄວາມຕື່ນຕົວ ເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳ ກໍຄືຕໍ່ອຸດົມການຂອງສະຫະກອນທີ່ເປັນລະບົບກົນໄກໜຶ່ງທີ່ສາມາດຊ່ວຍໃຫ້ເຂົາເຈົ້າໄດ້ຮັບຄວາມຍຸຕິທຳໃນການຜະລິດກະສິກຳ ແລະ ມີຄວາມຍືນຍົງທຽບເທົ່າກັບພາກສ່ວນເສດຖະກິດອື່ນໆໄດ້ໃນສັງຄົມ.

.
# ຂ່າວ-ພາບ : ຊິລິການດາ