ຫຼວງພະບາງ ໄດ້ຮັບການຊົດເຊີຍຜົນກະທົບຈາກການກໍ່ສ້າງທາງລົດໄຟລາວ-ຈີນ 118 ຕື້ກວ່າກີບ

    ກອງປະຊຸມລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ວັນທີ 1 ເມສາ 2022 ທີ່ສະພາປະຊາຊົນແຂວງຫຼວງພະບາງ ເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ມີທ່ານນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຮອງປະທານສະພາປະຊາຊົນແຂວງ ແລະ ບັນດາຮອງປະທານກໍາມາທິການ ສະມາຊິກສະພາແຫ່ງຊາດ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

    ທ່ານ ນາງ ສິລິພອນ ສຸພັນທອງ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີໄລຍະທາງຜ່ານແຂວງຫຼວງພະບາງທັງໝົດ 80 ກິໂລແມັດ ຜ່ານທັງໝົດ 28 ບ້ານ ມີສະຖານີທັງໝົດ 6 ແຫ່ງ ສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫຼວງພະບາງ ມີຂົວທັງໝົດ 33 ແຫ່ງ ມີຜູ້ຖືກຜົນກະທົບທັງໝົດ 869 ຄອບຄົວ ໄດ້ຮັບງົບປະມານແລ້ວຈຳນວນ 10 ງວດ ລວມມູນຄ່າ 118 ຕື້ກວ່າກີບ ເທົ່າກັບ 98.4% ຂອງແຜນຄວາມຕ້ອງການທັງໝົດ ຍັງຄ້າງ 1 ຕື້ກວ່າກີບ ນອກນັ້ນ ຍັງມີຄວາມຕ້ອງການງົບປະມານເພີ່ມຕື່ມທັງໝົດ 1 ຕື້ກວ່າກີບ ເປັນໜ້າວຽກເກີດຂຶ້ນໃໝ່ຄື ກໍ່ສ້າງເສັ້ນທາງເຂົ້າສະຖານີລົດໄຟ ເຊິ່ງເປັນບ້ວງຂອງລັດຖະບານລາວຮັບຜິດຊອບ ປັດຈຸບັນ ຄະນະຄຸ້ມຄອງໂຄງການແຂວງໄດ້ສະເໜີໄປຍັງຄະນະຄຸ້ມຄອງໂຄງການກໍ່ສ້າງຂັ້ນສູນກາງແລ້ວ.

    ສຳລັບການຈັດການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 1 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບໄດ້ນຳເອົາຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວມາຈູດທໍາລາຍ ມີຢາບ້າ 894.325 ເມັດ ຢາບ້າເປັນຝຸ່ນ (ສີແດງ ສີຂຽວ ແລະ ສີບົວ) 129,64 ກິໂລກຣາມ ຝຸ່ນສີຂາວຄ້າຍຄືເຮໂລອິນ 83.750 ກິໂລກຣາມ ແກ່ນຝິ່ນ 177,9 ກິໂລກຣາມ ຢາໄອສ໌ 2 ກິໂລກຣາມ ແລະ ອຸປະກອນເສບຢາຈຳນວນໜຶ່ງ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດບັນລຸບັນດາຄາດໝາຍທີ່ວາງໄວ້ຄື ປີ 2021 ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນລະດັບ 3,6% ຫຼຸດຄາດໝາຍມະຕິສະພາ 0,9% (ຮັບຮອງ 4,5%)

                          # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!