ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອຜ້າອັດປາກໃຫ້ຫຼາຍປະເທດ

ວັນ​ທີ 13 ພຶດ­ສະ­ພາ 2020 ທີ່​ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ ໄດ້​ມີ​ພິ­ທີ​ມອບ-ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ການ​ແພດ ຈາກ​ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ​ໃຫ້​ລາວ ກຳ­ປູ­ເຈຍ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ຟີ​ລິບ​ປິນ ສິງ­ກະ­ໂປ ແລະ ຍີ່­ປຸ່ນ ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ເປັນ​ຜ້າ​ອັດ​ປາກ​ການ​ແພດ​ເພື່ອ​ປ້ອງ​ກັນ​ພະ­ຍາດ COVID-19 ກ່າວ​ມອບ​ໂດຍ​ທ່ານ ຫງວ​ຽນ​ແຫ້ງ​ຟຸກ ຫົວ­ໜ້າ​ຫ້ອງ​ວ່າ­ການ​ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ ແລະ ກ່າວ​ຮັບ​ໂດຍ​ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ­ຈຳ​ຫວຽດ­ນາມ ໄດ້​ຕາງ­ໜ້າ​ໃຫ້​ບັນ­ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ປະ­ເທດ​ທີ່​ໄດ້​ຮັບ​ເຄື່ອງ​ຊ່ວຍ­ເຫຼືອ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ຜົນ​ກະ­ທົບ​ອັນ​ຮ້າຍ​ແຮງ​ຂອງ​ພະ­ຍາດ COVID-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ເປັນ​ວົງ​ກວ້າງ​ໃນ​ທົ່ວ​ໂລກ ພ້ອມ​ດຽວ​ກັນ​ນັ້ນ ຍັງ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ຜົນ­ສຳ­ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ-ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຫວຽດ­ນາມ​ຍາດ​ມາ​ໄດ້ ໃນ​ການ​ສະ­ກັດ​ກັ້ນ ຢັບ​ຢັ້ງ ຈຳ­ກັດ​ພະ­ຍາດ​ທີ່​ຮ້າຍ​ແຮງ​ດັ່ງ­ກ່າວ ເຊິ່ງ​ຫວຽດ­ນາມ​ໄດ້​ກາຍ­ເປັນ​ແວ່ນ​ແຍງ ແລະ ໄດ້​ຮັບ​ການ​ຍ້ອງ­ຍໍ​ຊົມ­ເຊີຍ​ຈາກ​ບັນ­ດາ​ປະ­ເທດ​ໃນ​ໂລກ.

ເຖິງ​ແມ່ນ​ວ່າ​ຫວຽດ­ນາມ​ຍັງ​ປະ­ສົບ​ກັບ​ຄວາມ​ຫຍຸ້ງ­ຍາກ ແລະ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ­ລະ­ບາດ­ພະ­ຍາດ COVID-19 ກໍ​ຕາມ ແຕ່​ຫວຽດ­ນາມ​ຍັງ​ໄດ້​ບິ​ແບ່ງ​ຊ່ວຍ­ເຫຼືອ​ທັງ​ວັດ­ຖຸ​ອຸ­ປະ­ກອນ​ການ​ແພດ ແລະ ບົດ­ຮຽນ​ໃນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ COVID-19 ໃຫ້​ແກ​ຫຼາຍ​ປະ­ເທດ ເຊິ່ງ​ໃນ​ນັ້ນ​ມີ​ລາວ​ເຮົາ.

ໂອ­ກາດ​ນີ້ ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ໄດ້​ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ ແລະ ຂອບ­ໃຈ​ມາ​ຍັງ​ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ ພັກ-ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຫວຽດ­ນາມ ໃນ​ການ​ຊ່ວຍ­ເຫຼືອ​ອຸ­ປະ­ກອນ​ການ​ແພດ​ຄັ້ງ​ນີ້ ແລະ ໄດ້​ຢືນ­ຢັນ​ວ່າ​ອຸ­ປະ­ກອນ​ການ​ແພດ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ຈະ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ ຕ້ານ​ພະ­ຍາດ​ໂຄ​ວິດ-19 ຢູ່​ແຕ່​ລະ​ປະ­ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ໃຫ້​ມີ​ປະ​ສິດ­ທິ​ຜົນ​ສູງ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!