ອັດຕາການສູບຢາຂອງພົນລະເມືອງລາວຍັງສືບຕໍ່ເພີ່ມຂຶ້ນ

    ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຈັດຂຶ້ນວັນທີ 5 ເມສາ 2022 ທີ່ກະຊວງສາທາລະນະສຸກ ເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນສຸກ ປະທານຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ຢາສູບແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ ແລະ ເສຍຊີວິດໄດ້ ໄລຍະຜ່ານມາ ຂະແໜງ ການກ່ຽວຂ້ອງກໍໄດ້ເອົາໃຈໃສ່ໃນການຄວບຄຸມດ້ວຍຫຼາຍຮູບແບບ ໂດຍໄດ້ສ້າງກົດໝາຍວ່າດ້ວຍການຄວບຄຸມຢາສູບທີ່ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະກາດໃຊ້ຢ່າງເປັນທາງການ  ສະນັ້ນ  ເພື່ອເຮັດໃຫ້ກົດໝາຍດັ່ງກ່າວສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ ການນຳເຂົ້າ ແລະ ການຊື້ຂາຍຜະລິດຕະພັນຢາສູບ ເຮັດໃຫ້ເນື້ອໃນຂອງກົດໝາຍຮັດກຸມ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ເຮັດໃຫ້ອົງການທີ່ຮັບຜິດຊອບວຽກງານຄວບຄຸມຢາສູບ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ພ້ອມທັງຮັບປະກັນໃຫ້ຫຼຸດຜ່ອນການສູບຢາຂອງປະຊາຊົນ ຫຼຸດຜ່ອນການເປັນພະຍາດທີ່ເກີດຈາກການສູບຢາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຈາກການຊົມໃຊ້ຢາສູບ ສົ່ງເສີມໃຫ້ປະຊາຊົນທຸກຄົນມີສຸຂະພາບແຂງແຮງ ແລະ ມີອາຍຸຍືນ.

    ຈາກຜົນການສຳຫຼວດແຫ່ງຊາດກ່ຽວກັບຢາສູບ ສະແດງໃຫ້ເຫັນວ່າ ອັດຕາການສູບຢາຂອງຄົນລາວຍັງສືບຕໍ່ເພີ່ມຂຶ້ນ ຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ອີງຕາມການສຶກສາຂອງ UNDP ໃນປີ 2019 ຄິດໄລ່ຄ່າໃຊ້ຈ່າຍທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກຢາສູບລະດັບຊາດປະມານ 350 ລ້ານໂດລາ ປະມານ 2,3% ຂອງ GDP ດັ່ງນັ້ນ ຖ້າບໍ່ມີມາດຕະການຄວບຄຸມທີ່ເໝາະສົມ ຈະເຮັດໃຫ້ພົນລະເມືອງເສຍຊີວິດຈາກການສູບຢາໃນໂລກຈະເພີ່ມຂຶ້ນເປັນ 10 ລ້ານຄົນຕໍ່ປີ ພາຍໃນປີ 2030 ສຳລັບ ສປປ ລາວມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກການສູບຢາສູບປະມານ 7.000 ຄົນຕໍ່ປີ ຫຼື ປະມານ 19 ຄົົນຕໍ່ວັນ ຄຽງຄູ່ກັບການຄວບຄຸມຢາສູບ ຍັງມີສິ່ງທາຍຫຼາຍດ້ານ ເປັນຕົ້ນລາຄາຢາສູບຢູ່ ສປປ ລາວຍັງຕໍ່າເມື່ອທຽບກັບປະເທດອາຊຽນ ສະນັ້ນ ຕ້ອງໄດ້ສຸມໃສ່ແກ້ໄຂຈະໃຫ້ລາຄາຢາສູບສູງຂຶ້ນ ເພື່ອປົກປ້ອງຜູ້ທີ່ຈະເລີ່ມສູບຢາໃໝ່ ແລະ ຜູ້ສູບຢາທີ່ມີລາຍຮັບຕໍ່າ ໂດຍການເພີ່ມອາກອນຢາສູບໃຫ້ສູງຂຶ້ນ.

# ຂ່າວ-ພາບ :  ອົ່ນ ໄຟສົມທອງ

error: Content is protected !!