ມອບ-ຮັບສະຖານີອຸທົກກະສາດໃນ ສປປ ລາວ

    ພິທີມອບ-ຮັບສະຖານີອຸທົກກະສາດໃນ ສປປ ລາວ ພາຍໃຕ້ໂຄງການຕິດຕາມຮອບວຽນອຸທົກກະສາດໃນອ່າງແມ່ນໍ້າຂອງໃນໄລຍະທີ 2 ທີ່ເມືອງລອງ ແຂວງຫຼວງນໍ້າທາ ຈັດຂຶ້ນວັນທີ 31 ມີນາ 2022 ຜ່ານມາ ຢູ່ບ້ານຊຽງກົກໃໝ່ ເມືອງລອງ ເປັນກຽດເຂົ້າຮ່ວມມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທ່ານ ອະນຸລັກ ກິດຕິຄູນ ຫົວໜ້າກອງເລຂາຄະນະກໍາມະທິການແມ່ນໍ້າຂອງສາກົນ ທ່ານນາງ ມາຣີ ເຊຊີນ ທີຣີອົງ ຫົວໜ້າອົງການພັດທະນາແຫ່ງປະເທດຝຣັ່ງ ປະຈໍາລາວ ແລະ ມຽນມາ ທ່ານ ຄໍາເພັດ ຈັນທະວົງ ຫົວໜ້າຫ້ອງວ່າການແຂວງຫຼວງນໍ້າທາ ພ້ອມເຈົ້າເມືອງ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

    ທ່ານ ຈັນທະເນດ ບົວລະພາ ໄດ້ອະທິບາຍເຖິງຄວາມພະຍາຍາມຂອງລັດຖະບານແຫ່ງ ສປປ ລາວ ຕໍ່ກັບວຽກງານຕິດຕາມສະພາບນນໍ້າ ກໍຄືວຽກງານອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອສະໜັບສະໜູນການຄຸ້ມຄອງຊັບພະຍາກອນນໍ້າແບບຍືນຍົງ ແລະ ສະແດງຄວາມຂອບໃຈຕໍ່ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາຕ່າງໆ ຈາກນັ້ນ ທ່ານ ອະນຸລັກ ກິດຕິຄູນ ກໍໄດ້ອະທິບາຍເຖິງຄວາມໝາຍຄວາມສໍາຄັນຂອງສະຖານີໃໝ່ແຫ່ງນີ້ ທີ່ຈະຊ່ວຍຕິດຕາມ ແລະ ບັນທຶກປະລິມານນໍ້າທີ່ໄຫຼມາແຕ່ແມ່ນໍ້າຂອງຕອນເທີງ ຈາກ ສປ ຈີນ ຫຼື ເອີ້ນກັນວ່າ:ແມ່ນໍ້າລ້ານຊ້າງ ເຊິ່ງຫ່າງຈາກສະຖານີດັ່ງກ່າວປະມານ 130 ກິໂລແມັດ ສະຖານີດັ່ງກ່າວເປັນສະຖານີຍຸດທະສາດ ໃນກໍລະນີມີການປ່ຽນແປງຂອງປະລິມານນໍ້າ ເນື່ອງຈາກການປ່ອຍ ຫຼື ປິດປະຕູນໍ້າ ຫຼື ຝົນຕົກກະທັນຫັນ ພວກເຮົາຈະສາມາດຮູ້ໄດ້ທັນທີ່ ແລະ ສາມາດສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາປະເທດສະມາຊິກ ແລະ ຊຸມຊົນທ້ອງຖິ່ນໄດ້ຫຼາຍຂຶ້ນ.

    ສໍາລັບການມອບ-ຮັບສະຖານີອຸທົກກະສາດ ໃນສປປ ລາວ ພາຍໃຕ້ໂຄງການຕິດຕາມຮອບວຽນອຸທົກກະສາດໃນອ່າງແມ່ນໍ້າຂອງ ໃນໄລຍະທີ 2 ນີ້ ປະກອບມີ 4 ສະຖານີຄື: ສະຖານີຊຽງກົກໃໝ່ ປາກຊັນ ທ່າແຂກ ແລະ ບ້ານໃໝ່ສິງສໍາພັນ ໂອກາດດັ່ງກ່າວນີ້ ບັນດາຜູ້ແທນກໍໄດ້ພ້ອມກັນຕັດແຖບຜ້າ ລັ່ນຄ້ອງ 9 ບາດ ເປີດປ້າຍການນໍ້າໃຊ້ສະຖານີອຸທົກກະສາດທີ່ບ້ານຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ຢ່າງເປັນທາງການ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!