ໂຮງໝໍຊຸມຊົນເມືອງຫົງສາ ກະກຽມກໍ່ສ້າງອາຄານຫ້ອງນອນຄົນເຈັບຫຼັງໃໝ່

    ພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງອາຄານຫ້ອງນອນຄົນເຈັບ ລະຫວ່າງທ່ານ ດຣ ສົມພອນ ບຸດດາວົງ ອຳນວຍການໂຮງໝໍຊຸມຊົນ ຕາງໜ້າເຈົ້າຂອງໂຄງການ ແລະ ທ່ານ ສົມພອນ ຈັນທະລິເດດ ຜູ້ອຳນວຍ ການບໍລິ ບໍລິສັດ ເອັສພີ ກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງໄຟຟ້າ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ຈັດຂຶ້ນວັນທີ 1 ເມສາ 2022 ຢູ່ຫ້ອງປະຊຸມໂຮງໝໍຊຸມຊົນເມືອງຫົງສາ ແຂວງໄຊຍະບູລີ ໂດຍມີທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ພ້ອມຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ແລະ  ພະນັກງານແພດໝໍເຂົ້າຮ່ວມ.

    ໂອກາດນີ້ ໄດ້ຮັບຟັງການຜ່ານຮ່າງສັນຍາຮັບເໝົາໂຄງການກໍ່ສ້າງອາຄານຫ້ອງນອນຄົນເຈັບໂຮງໝໍຊຸມຊົນເມືອງຫົງສາ ເຊິ່ງອາຄານດັ່ງກ່າວ ແມ່ນຕັ້ງຢູ່ບ້ານໂພນໄຊ ເປັນອາຄານຊັ້ນດຽວ ມີຂະໜາດ 11 ແມັດ X 50,30 ຊັງຕີແມັດ ມີ 10 ຫ້ອງ ມີມູນຄ່າການກໍ່ສ້າງທັງໝົດ 2,5 ຕື້ກີບ ກໍານົດການກໍ່ສ້າງ 9 ເດືອນ (ເລີ່ມແຕ່ວັນທີ 1 ເມສາ ຫາ 31 ທັນວາ 2022) ໃຫ້ສຳເລັດ 100% ໂດຍນໍາໃຊ້ທຶນຂອງງົບປະມານບໍລິສັດໄຟຟ້າຫົງສາ ຕໍ່ກັບໂຄງການດັ່ງກ່າວ ທາງຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ຈະໄດ້ລົງກວດກາໜ້າວຽກກໍ່ສ້າງຢູ່ພາກສະໜາມເປັນ 3 ໄລຍະຄື: ໜ້າວຽກສໍາເລັດ 30% 70% ແລະ 100% (ກ່ອນການມອບ-ຮັບໂຄງການໃຫ້ເຈົ້າຂອງໂຄງການ).

error: Content is protected !!