ກອຍກາ ຊຸກຍູ້ຕ້ານການລະບາດຂອງພະຍາດໂຄວິດ-19

ເພື່ອ​ເປັນ​ການ​ຊຸກ­ຍູ້​ຊ່ວຍ­ເຫຼືອ ແລະ ຮ່ວມ​ໃຈ​ຕ້ານ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 (Covid-19 ) ວັນ​ທີ 18 ພຶດ­ສະ­ພາ 2020 ທີ່​ສະ​ຖາ​ບັນ​ພັດ­ທະ­ນາ​ສື​ມື​ແຮງ​ງານ​ລາວ-ເກົາ­ຫຼີ ອົງ­ການ​ກອຍ​ກາ​ປະ­ຈຳ​ລາວ ໄດ້​ນຳ​ເອົາ​ອຸ­ປະ­ກອນ​ການ​ແພດ (ຜ້າ​ອັດ​ປາກ-ດັງ ເຈວ​ລ້າງ​ມື ເຄື່ອງ​ວັດ­ແທກ​ອຸນ­ຫະ­ພູມ) ແລະ ເຄື່ອງ​ບໍ­ລິ­ໂພກ​ຈຳ­ນວນ​ໜຶ່ງ ມູນ​ຄ່າ 280 ລ້ານ​ກີບ ມາ​ມອບ​ໃຫ້​ສະ​ຖາ​ບັນ​ດັ່ງ­ກ່າວ ກ່າວ​ມອບ​ໂດຍ​ທ່ານ ຊັງ ຊູ​ໂອ ຜູ້­ຕາງ­ໜ້າ​ອົງ­ການ​ກອຍ​ກາ ປະ­ຈຳ​ລາວ ແລະ ກ່າວ​ຮັບ​ໂດຍ​ທ່ານ ບຸນ​ມາ ສິດ­ທິ​ໂສມ ຫົວ­ໜ້າ​ສະ​ຖາ​ບັນ​ພັດ­ທະ­ນາ​ສື​ມື​ແຮງ​ງານ​ລາວ-ເກົາ­ຫຼີ ມີ​ທ່ານ ຊິນ ຊອງ​ຊຸນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ​ລາວ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ສຳ­ລັບ​ອຸ­ປະ­ກອນ​ການ​ແພດ ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກວດ­ກາ​ອຸນ­ຫະ­ພູມ ລ້າງ​ມື​ກ່ອນ​ເຂົ້າ​ຫ້ອງ​ຮຽນ ສ່ວນ​ເຄື່ອງ​ບໍ­ລິ­ໂພກ​ຈະ​ນຳ​ມາ​ແຈກ​ຢາຍ​ໃຫ້​ກັບ​ນັກ​ສຶກ​ສາ​ພາຍ​ໃນ​ສະ​ຖາ​ບັນ ໂອ­ກາດ​ນີ້ ທ່ານ ບຸນ​ມາ ສິດ­ທິ​ໂສມ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ອົງ­ການ​ກອຍ​ກາ​ປະ­ຈຳ​ລາວ ທີ່​ຍາມ​ໃດ​ກໍ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ສະ​ຖາ​ບັນ​ຕະ­ຫຼອດ​ມາ ແລະ ຈະ​ນຳ​ເອົາ​ເຄື່ອງ​ຈຳ­ນວນ​ນີ້​ມາ​ແຈກ​ຢາຍ​ໃຫ້​ນັກ​ສຶກ​ສາ​ຢ່າງ​ທົ່ວ​ເຖິງ.

# ຂ່າວ & ພາບ: ອົ່ນ

error: Content is protected !!