ໂຮງຮຽນສິນໄຊ ສຸມໃສ່ປ້ອງກັນພະຍາດໂຄວິດຢ່າງເຂັ້ມງວດ

ອີງ​ຕາມ​ແຈ້ງ​ການ​ເລກ​ທີ 524/ສຫນຍ ແຈ້ງ​ການ​ເລກ​ທີ 445/ສສກ ແລະ ຄຳ​ແນະ­ນຳ​ເລກ​ທີ 391/ສມ ຂອງ​ກົມ​ສາ­ມັນ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ວ່າ​ດ້ວຍ​ການ​ໄຂ​ສົກ­ຮຽນ​ສາ­ມັນ​ຄືນ­ໃໝ່​ຂອງ​ຊັ້ນ  ປ5 ມ4 ແລະ ມ7 ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ວັນ​ທີ 18 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ ດັ່ງ­ນັ້ນ​ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ສົມ­ບູນ​ສິນ​ໄຊ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ເປັນ​ໜຶ່ງ​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ ໄດ້​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ດັ່ງ­ກ່າວ ພາຍ­ຫຼັງ​ໃຫ້​ນັກ­ຮຽນ​ພັກ​ຮຽນ​ເປັນ​ເວ­ລາ​ເກືອບ 2 ເດືອນ.

ທ່ານ ນາງ ອາ­ລີ ພົນ​ເສ­ນາ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ສົມ­ບູນ​ສິນ​ໄຊ ໄດ້​ກ່າວ​ວ່າ: ກ່ອນ​ເປີດ​ຮຽນ​ຄືນ­ໃໝ່​ໃນ​ວັນ​ທີ 18 ພຶດ­ສະ­ພາ 2020 ກ່ອນ​ໜ້າ​ນີ້ ໂຮງ­ຮຽນ​ໄດ້​ມີ​ການ​ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ​ເພື່ອ​ຮັບ­ປະ­ກັນ ເປັນ­ຕົ້ນ​ໄດ້​ອະ­ນາ­ໄມ​ທຳ​ຄວາມ​ສະ­ອາດ​ສະ­ຖານ­ທີ່​ດ້ານ​ນອກ​ອາ­ຄານ​ຮຽນ ແລະ ພາຍ​ໃນ​ຫ້ອງ​ຮຽນ ດ້ວຍ​ການ​ຂ້າ​ເຊື້ອ​ເຫຼົ້າ 90 ເຊັດ​ຖູ​ໂຕະ ຕັ່ງ​ນັ່ງ ຈັດ​ສະ­ຖານ­ທີ່​ນັ່ງ​ຮຽນ​ໃຫ້​ມີ​ໄລ­ຍະ​ຫ່າງ ພ້ອມ​ເຮັດ​ໜັງ­ສື​ແຈ້ງ​ເຖິງ​ຜູ້​ປົກ­ຄອງ​ນັກ­ຮຽນ​ເພື່ອ​ໃຫ້​ແນະ­ນຳ​ລູກ​ຫຼາຍ​ຕົນ​ເອງ ເປັນ­ຕົ້ນ​ການ​ເຂົ້າ-ອອກ​ໂຮງ­ຮຽນ ການ​ປະ­ຕິ­ບັດ​ໂມງ​ເວ­ລາ ການ​ຄັດ​ແຍກ​ນັກ­ຮຽນ​ທີ່​ເຂົ້າ​ມາ​ໂຮງ­ຮຽນ ການ​ຮຽນ-ການ​ສອນ​ໃນ​ຫ້ອງ ການ​ປ້ອງ​ກັນ ແລະ ຮັກ­ສາ​ອະ­ນາ­ໄມ ເວ­ລາ​ຮັບ​ປະ­ທານ​ອາ­ຫານ​ທ່ຽງ ເວ­ລາ​ເລີກ​ຮຽນ ແລະ ອື່ນໆ.

ໂດຍ​ປະ­ຕິ­ບັດ​ໄລ­ຍະ​ຫ່າງ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ໂຮງ­ຮຽນ​ສິນ​ໄຊ​ໄດ້​ເພີ່ມ​ຈຳ­ນວນ​ຫ້ອງ​ຮຽນ ແລະ ຄູ​ອາ­ຈານ ຊັ້ນ ປ5 ແລະ ມ4 ຈາກ​ເມື່ອ​ກ່ອນ 3 ຫ້ອງ ມາ​ເປັນ 6 ຫ້ອງ ແລະ ຊັ້ນ ມ7 ຈຳ­ນວນ 2 ຫ້ອງ ແຕ່​ລະ​ຫ້ອງ​ບັນ­ຈຸ​ນັກ­ຮຽນ 18-20 ຄົນ ນັ່ງ​ສະ­ຫຼຽງ​ກັນ ມີ​ນັກ­ຮຽນ​ທັງ​ໝົດ 279 ຄົນ ຍິງ 116 ຄົນ ໃນ​ນັ້ນ ປ5 ມີ 129 ຄົນ ມ4 ມີ 113 ຄົນ ແລະ ມ4 ມີ 37 ຄົນ ມີ​ຄູ​ອາ­ຈານ​ທັງ​ໝົດ 30 ຄົນ ເຊິ່ງ​ນັກ­ຮຽນ​ທີ່​ມາ​ໂຮງ­ຮຽນ ກ່ອນ​ຈະ​ເຂົ້າ​ໄປ​ໂຮງ­ຮຽນ​ພາຍ­ຫຼັງ​ຜູ້​ປົກ­ຄອງ​ມາ​ສົ່ງ​ຢູ່​ປະ­ຕູ​ຮົ້ວ​ໂຮງ­ຮຽນ ທາງ​ໂຮງ­ຮຽນ​ຈັດ​ຕັ້ງ​ໃຫ້​ຄູ​ກວດ​ວັດ­ແທກ​ອຸນ­ຫະ­ພູມ ລ້າງ​ມື​ດ້ວຍ​ເຈວ ມີ​ຜ້າ​ອັດ​ປາກ​ອັດ​ດັງ​ທຸກ​ຄົນ ຢູ່​ຫ່າງ​ກັນ ກ່ອນ​ຈະ​ເຂົ້າ​ໄປ​ໃນ​ຫ້ອງ​ຮຽນ​ທຸກ​ຄັ້ງ ຕ້ອງ​ລ້າງ​ມື​ດ້ວຍ​ສະ­ບູ ແລະ ທາ​ເຈວ​ທີ່​ຄູ​ກຳ­ນົດ​ໃຫ້ ເວ­ລາ​ເຄົາ­ລົບ​ທຸງ ຢືນ​ລຽນ​ແຖວ​ຫ່າງ​ກັນ 1 ແມັດ ຊື້​ອາ­ຫານ ແລະ ເຄື່ອງ​ດື່ມ​ຕ້ອງ​ລຽນ​ຄີວ​ຫ່າງ​ກັນ 1 ແມັດ ນັກ ຮຽນ​ຕ້ອງ​ເອົາ​ອາ­ຫານ​ມາ​ແຕ່​ເຮືອນ ເວ­ລາ​ຮັບ​ປະ­ທານ​ອາ­ຫານ​ຕ້ອງ​ນັ່ງ​ຢູ່​ຫ່າງ​ກັນ ບໍ່​ລົມ​ກັນ ເວ­ລາ​ສຳ­ເລັດ​ຕ້ອງ​ກັບ​ໄປ​ພັກ­ຜ່ອນ​ຢູ່​ຫ້ອງ​ຮຽນ​ຂອງ​ຕົນ ຕອນ​ເລີກ​ຮຽນ​ຕ້ອງ​ຢູ່​ຫ້ອງ​ຮຽນ ເວ­ລາ​ຜູ້​ປົກ­ຄອງ​ມາ​ຮັບ ໃຫ້​ຄູ​ປະ­ກາດ​ທາງ​ໂທລະ​ໂຄ່ງ​ແລ້ວ ໄປ​ຫາ​ຜູ້​ປົກ­ຄອງ ນັກ­ຮຽນ​ບໍ່​ສະ­ບາຍ ບໍ່​ໃຫ້​ມາ​ໂຮງ­ຮຽນ ຖ້າ​ມາ​ໂຮງ­ຮຽນ​ແລ້ວ​ບໍ່​ສະ­ບາຍ ຕ້ອງ​ແຈ້ງ​ຕໍ່​ຄູ​ແລ້ວ​ໃຫ້​ຜູ້​ປົກ­ຄອງ​ມາ​ຮັບ​ກັບ​ເຮືອນ ແລະ ອື່ນໆ ໂດຍ​ລວມ​ແລ້ວ ນັກ­ຮຽນ ແລະ ຄູ​ອາ­ຈານ​ແມ່ນ​ໃຫ້​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຂອງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ ທັງ​ນີ້​ເພື່ອ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ.

ໂອ­ກາດ​ນີ້ ທ່ານ​ອຳ­ນວຍ​ການ​ໂຮງ­ຮຽນ​ສິນ​ໄຊ ຍັງ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ປົກ­ຄອງ​ນັກ­ຮຽນ​ຕ້ອງ​ແນະ­ນຳ​ລູກ​ຫຼານ​ຂອງ​ຕົນ​ເປັນ​ປະ­ຈຳ ເພື່ອ​ໃຫ້​ພວກ​ເຂົາ​ມີ​ຄວາມ​ເຂົ້າ­ໃຈ​ໃນ​ການ​ປ້ອງ​ກັນ​ຕົນ​ເອງ ພ້ອມ​ທັງ​ຮຽກ­ຮ້ອງ​ມາ​ຍັງ​ນັກ­ຮຽນ​ທຸກ​ຊັ້ນ​ປີ​ທ້າຍ​ຕ້ອງ​ຕັ້ງ­ໃຈ​ຮ່ຳ­ຮຽນ ເອົາ­ໃຈ­ໃສ່​ຄົ້ນ­ຄວ້າ​ບົດ­ຮຽນ​ເພື່ອ​ໃຫ້​ໄດ້​ຄະ­ແນນ​ດີ ຮຽນ​ເກ່ງ ເສັງ​ຈົບ​ຊັ້ນ​ໃຫ້​ໄດ້​ສົມ­ບູນ​ຂຶ້ນ​ໄປ ພ້ອມ​ທັງ​ປະ­ຕິ­ບັດ​ລະ­ບຽບ​ຂອງ​ໂຮງ­ຮຽນ​ໃຫ້​ໄດ້​ດີ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!