ມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ແກ່ທ່ານໝໍຫຼາຍກວ່າ 400 ທ່ານ

    ພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ແກ່ທ່ານໝໍ ທັນຕະແພດ ພະຍາບານ ແລະ ຜະດຸງຄັນ ຂອງໂຮງໝໍມະໂຫສົດ ຈັດຂຶ້ນວັນທີ 4 ເມສາ 2022 ທີ່ໂຮງໝໍມະໂຫສົດ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ພ້ອມດ້ວຍອະດີດລັດຖະມົນຕີ ຕາງໜ້າໂຮງໝໍສູນກາງ ພະນັກງານແພດໝໍ ແລະ ແຂກຖືກເຊີນ.

    ທ່ານ ປອນເມກ ດາລາລອຍ ກ່າວວ່າ ເພື່ອເປັນການຍົກສູງຄຸນນະພາບຂອງວຽກງານບໍລິການສຸຂະພາບ ເຊິ່ງວຽກງານດັ່ງກ່າວ ເປັນຈຸດໃຈກາງສຳຄັນຂອງການປະຕິຮູບວຽກງານສາທາລະນະສຸກ ເມື່ອເວົ້າເຖິງອົງປະກອບຂອງວຽກງານຄຸນນະພາບການບໍລິການປິ່ນປົວ ມັນໄດ້ຮຽກຮ້ອງໃຫ້ມີມາດຕະຖານດ້ານສະຖານທີ່ ບຸຄະລາກອນ ອຸປະກອນການແພດ ລະບອບແບບແຜນໃນການບໍລິຫານຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ ໃນນັ້ນ ມາດຖານດ້ານບຸຄະລາກອນແມ່ນປັດໄຈສຳຄັນໃນການຕັດສິນຊີ້ຂາດຄຸນນະພາບຂອງການບໍລິການ ຖ້າຢາກໄດ້ບຸຄະລາກອນທີ່ມີຄວາມຮູ້ ຄວາມສາມາດ ຄວາມຊໍານານງານ ເປັນມືອາຊີບ ມີຈັນຍາບັນ ຈັນຍາທຳ ຄຸນສົມບັດ ສິນທຳປະຕິວັດ ຕ້ອງມີລະບົບການກໍ່ສ້າງດ້ວຍການຄັດເລືອກເພື່ອເຂົ້າສຶກສາ ຕິດຕາມປະເມີນຂີດຄວາມສາມາດຕາມມາດຕະຖານການຮຽນ-ການສອນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ. 

    ດັ່ງນັ້ນ ເພື່ອເປັນການຢັ້ງຢືນມາດຕະຖານດ້ານຄວາມສາມາດຂອງຜູ້ປະກອບການວິຊາຊີບປິ່ນປົວ (ທ່ານໝໍ ທັນຕະແພດ ພະຍາບານ ຜະດຸງຄັນ ຈຶ່ງໄດ້ອອກໃບຢັ້ງຢືນຕາມເງື່ອນໄຂ ຂອບເຂດ ມາດຖານ ຈັນຍາບັນຂອງແຕ່ລະສາຂາວິຊາຊີບວາງອອກຢ່າງເຂັ້ມງວດ ຫຼື ໄດ້ຜ່ານຂະບວນການສອບເສັງລະດັບຊາດ ເຊິ່ງຜູ້ໄດ້ຮັບໃບຢັ້ງຢືນວິຊາຊີບປິ່ນປົວຄັ້ງນີ້ ມີ 463 ທ່ານ ໃນນັ້ ທ່ານໝໍ 257 ທ່ານ ທັນຕະແພດ 22 ທ່ານ ພະຍາບານ 165 ທ່ານ ແລະ ຜະດຸງຄັນ 19 ທ່ານ ທັງນີ້ກໍເພື່ອແນໃສ່ການເຄື່ອນໄຫວວຽກງານປິ່ນປົວ ແນະນຳຈັນຍາບັນ ຂອບເຂດ ແລະ ມາດຕະຖານການປະຕິບັດວຽກງານດ້ານວິຊາຊີບການປິ່ນປົວຮັບປະກັນໃຫ້ມີຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ ຄວາມປອດໄພຂອງສຸຂະພາບ ປ້ອງກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ມາຮັບບໍລິການ ແລະ ຜູ້ປະກອບການວິຊາຊີບປິ່ນປົວ ນອກຈາກນີ້ ໃນພິທີໄດ້ຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີຕື່ມອີກ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!