ປິດຊຸດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຮຸ່ນທີ XXXVI

    ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ຮຸ່ນທີ XXXVI ບໍາລຸງ 45 ວັນ ຂອງທະນາຄານແຫ່ງ ສປປ ລາວ ຊຸດທີ X ແລະ ຊຸດເຝີກອົບຮົມໄລຍະສັ້ນສໍາລັບເລຂາພັກບ້ານ-ນາຍບ້ານເມືອງນາຊາຍທອງ ຊຸດທີ III ຈັດຂຶ້ນວັນທີ 1 ເມສາ 2022 ຢູ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ນວ ທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ຊຸດຮຽນທິດສະດີຄັ້ງນີ້ ລະບົບຊັ້ນຕົ້ນມີນັກສຶກສາເຂົ້າຮ່ວມ 51 ສະຫາຍ ຍິງ 26 ສະຫາຍ ເລີ່ມຮຽນວັນທີ 5 ສິງຫາ 2021 ຫາ ວັນທີ 5 ມີນາ 2022 ມີນັກຮຽນຈົບ 100% ລະບົບບໍາລຸງ 45 ວັນ ຊຸດ X ມີນັກສຶກສາເຂົ້າຮຽນ 43 ສະຫາຍ ຍິງ 20 ສະຫາຍ ເລີ່ມຮຽນວັນທີ 18 ມັງກອນ ຫາວັນທີ 25 ມີນາ 2022 ມີນັກສຶກສາຮຽນຈົບ 100% ສໍາລັບຊຸດເຝີກອົບຮົມໄລຍະສັ້ນສໍາລັບເລຂາພັກບ້ານ-ນາຍບ້ານ ຢູ່ເມືອງນາຊາຍທອງ ຊຸດທີ III ມີນັກສໍາມະນາກອນທັງໝົດ 61 ສະຫາຍ ຍິງ 10 ສະຫາຍ.

      ຜ່ານການຮຽນ-ການສອນໂຄງການຕາມຫຼັກສູດທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ສາມາດປະເມີນຜົນການຈັດຕັ້ງການຮຽນ-ການສອນທັງ 3 ລະບົບຮຽນຄື: ຫ້ອງຮຽນຊັ້ນຕົ້ນ ຮຸ່ນທີ XXXVI ຜ່ານການປະເມີນຜົນການຮຽນ ມີນັກສຶກສາສອບເສັງໃນ 6 ວິຊາຫຼັກ (ປາກເປົ່າ) ສາມາດຍາດໄດ້ຄະແນນດີເລີດ (ລະດັບ A) ມີ 8 ສະຫາຍ ຍິງ 5 ສະຫາຍ ຫ້ອງຮຽນ ລະບົບບໍາລຸງ 45 ວັນ ຊຸດທີ X  ຜູ້ເຂົ້າເຝີກອົບຮົມສາມາດສອບເສັງຈົບ ແລະ ໄດ້ຮັບໃບຢັ້ງຢືນທິດສະດີການເມືອງ-ການປົກຄອງລະບົບບໍາລຸງໄລຍະ 45 ວັນ ທັງໝົດ 43 ສະຫາຍ ຍິງ 20 ສະຫາຍ ເທົ່າກັບ 100% ຫ້ອງຮຽນເຝີກອົບຮົມໄລຍະສັ້ນ ສໍາລັບເລຂາພັກບ້ານ-ນາຍບ້ານເມືອງນາຊາຍທອງ ຊຸດທີ III  ມີສໍາມະນາກອນຮຽນຄົບຕາມຫຼັກສູດ 57 ສະຫາຍ ຍິງ 9 ສະຫາຍ ເທົ່າກັບ 93,44% (ມີນັກສໍາມະນາກອນຈໍານວນ 4 ສະຫາຍ ຮຽນບໍ່ຄົບຕາມຫຼັກສູດ)

     ຜ່ານການຕີລາຄາ ເຫັນວ່າການເຝີກອົບຮົມຄັ້ງນີ້ ເຮັດໃຫ້ນັກສໍາມະນາກອນແຕ່ລະສະຫາຍມີຄວາມສາມັກຄີ ສາມາດແລກປ່ຽນບົດຮຽນ ແລະ ພຶດຕິກໍາຕົວຈິງໃນການຈັດຕັ້ງປະຕິບັດວຽກງານເຊິ່ງກັນ ແລະກັນ ເຊີ່ງສະແດງອອກໃນການຂຽນບົດປະເມີນຜົນຄວາມຮັບຮູ້ຂອງນັກສໍາມະນາກອນ ເຫັນວ່າ ດ້ານເນື້ອໃນແຕ່ລະບົດ ໄດ້ມີການສົມທຽບດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ມີຄວາມຮູ້ ແລະເຂົ້າໃຈຕໍ່ພາລະບົດບາດ ສິດ ແລະໜ້າທີ່ຂອງຕົນໃນການນໍາພາ-ຊີ້ນໍາວຽກງານຕົວຈິງອີກດ້ວຍ.

# ຂ່າວ – ພາບ : ລັດເວລາ

error: Content is protected !!